ຫວຽດນາມ ແລະ ລັດເຊຍຊຸກຍູ້ການຮ່ວມມືໃນຂົງເຂດການກໍ່ສ້າງ ແລະ ພັດທະນາລະບົບລັດຖະບານເອເລັກໂຕນິກ
(VOVWORLD) -ຕອນບ່າຍວັນທີ 18 ກຸມພາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ມາຍຕ້ຽນຢຸງ ໄດ້ເຮັດວຽກກັບຄະນະນັກຊ່ຽວຊານສະຫະພັນລັດເຊຍ ກ່ຽວກັບການກໍ່ສ້າງ ແລະ ພັດທະນາລັດຖະບານເອເລັກໂຕນິກ ໂດຍທ່ານ ມາໂມນົບ ຮອງລັດຖະມົນຕີກະຊວງພັດທະນາດີຈີຕອນ, ຂໍ້ມູນຂ່າວສານ ຕິດຕໍ່ສື່ສານ ແລະ ສື່ສານມວນຊົນ ລັດເຊຍ
ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານມາຍຕ້ຽນຢຸງ ແລະ ທ່ານ ລັດຖະມົນຕີກະຊວງພັດທະນາດີຈີຕອນ, ຂໍ້ມູນຂ່າວສານ ຕິດຕໍ່ສື່ສານ ແລະ ສື່ສານມວນຊົນ ລັດເຊຍ Konstantin Noskov |
ທີ່ການເຮັດວຽກ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ມາຍຕ້ຽນຢຸງ ໄດ້ຊີ້ແຈ້ງວ່າ :
“ ພວກຂ້າພະເຈົ້າຍັງບໍ່ທັນສ້າງຖານຂໍ້ມູນແຫ່ງຊາດກ່ຽວກັບຊຸມຊົນ ແຕ່ໄດ້ກໍ່ສ້ສ້າງ ຖານຂໍ້ມູນກ່ຽວກັບການປະກັນສັງຄົມ ດ້ວຍຈຳນວນບັດປະກັນສັງຄົມ 82 ລ້ານບັດ. ປີ 2019, ແມ່ນສຸມໃສ່ບັນຫາຊຳລະເອເລັກໂຕນິກ ແທນທີ່ການຊຳລະດ້ວຍເງິນສົດ. ໃນສະເພາະໜ້າ, ແມ່ນກໍ່ສ້າງປະຕູຖານຂໍ້ມູນບໍລິການສາທາລະນະແຫ່ງຊາດ, ສູນບໍລິຫານຂໍ້ມູນ ລາຍງານຕໍ່ນາຍົກລັດຖະມົນຕີ ແລະ ລັດຖະບານ, ຫຼຸດຜ່ອນການປະກາດໃຊ້ເອກະສານດ້ວຍເຈ້ຍ, ຫຼຸດຜ່ອນການປະຊຸມຕ່າງໆຂອງລັດຖະບານ, ກ້າວໄປເຖິງການປະຕິຮູບລັດຖະບານ ”