ຫວຽດນາມ ແລະ ສ.ເຊັກໂກ ຍູ້ແຮງການຮ່ວມມືດ້ານການສຶກສາ

(VOVWORLD) -ວຽກງານການລົງທຶນເຂົ້າໃນຂົງເຂດດັ່ງກ່າວ ແມ່ນຍາມໃດກໍໄດ້ຮັບການບຸລິມະສິດຈາກສະພາແຫ່ງຊາດ.

ວັນທີ 5 ມິຖຸນາ,  ທີ່ຮ່າໂນ້ຍ, ທ່ານຟານແທ່ງບິງ ຫົວໜ້າກຳມາທິການວັດທະນະທຳ, ການສຶກສາ, ຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນ ຂອງສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະສະມາຊິກສະພາຕ່ຳ ສ.ເຊັກໂກ ໂດຍທ່ານ Vaclav Klaus ປະທານຄະນະຜູ້ແທນກຳມາທິການວິທະຍາສາດ, ການສຶກສາ, ວັດທະນະທຳ, ຊາວໜຸ່ມ ແລະ ກິລາຂອງສະພາຕ່ຳ ສ.ເຊັກໂກ ເປັນຫົວໜ້າຄະນະ, ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານຟານແທ່ງບິງ ເນັ້ນໜັກວ່າ ຫວຽດນາມຍາມໃດກໍຖືການສຶກສາ ແມ່ນບັນຫາລັດຖະໂຍບາຍແຖວໜ້າ. ດັ່ງນັ້ນ, ວຽກງານການລົງທຶນເຂົ້າໃນຂົງເຂດດັ່ງກ່າວ ແມ່ນຍາມໃດກໍໄດ້ຮັບການບຸລິມະສິດຈາກສະພາແຫ່ງຊາດ. ດ້ວຍຈຸດປະສົງຢາກຍົກສູງລະດັບຄວາມຮູ້ ແລະ ບຳລຸງສ້າງຜູ້ມີຄວາມເກັ່ງກ້າສາມາດ, ທ່ານ ຟານແທ່ງບິງ ຫວັງວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະມີການຮ່ວມມືເພື່ອແລກປ່ຽນຄວາມຮູ້ດ້ານວິຊາການ, ຖອດຖອນບົດຮຽນໃນຂົງເຂດການສຶກສາໃຫ້ຫຼາຍກວ່າອີກ. ທ່ານ Vaclav Klaus ປະທານຄະນະຜູ້ແທນກຳມາທິການວິທະຍາສາດ, ການສຶກສາ, ວັດທະນະທຳ, ຊາວໜຸ່ມ ແລະ ກິລາຂອງສະພາຕ່ຳ ສ.ເຊັກໂກ ຖືວ່າ ຫວຽດນາມມີພື້ນຖານການສຶກສາທີ່ດີ; ລະບົບປື້ມຕຳລາຢູ່ຊັ້ນມັດທະຍົມ ແລະ ໂຄງການບຳລຸງສ້າງແບບບັງຄັບຢູ່ມະຫາວິທະຍາໄລແຫ່ງຕ່າງໆ ແມ່ນມີປະສິດທິຜົນ. ສະນັ້ນ, ຄວນສືບຕໍ່ຮັກສາໄວ້. ສ.ເຊັກໂກ ຈະສືບຕໍ່ສ້າງເງື່ອນໄຂ, ຊ່ວຍເຫຼືອຫວຽດນາມພັດທະນາພື້ນຖານການສຶກສາໃນອະນາຄົດ.


ຕອບກັບ

ຂ່າວ/ບົດ​ອື່ນ