ຫວຽດນາມ ແລະ ອາຟຼິກາໃຕ້ ເພີ່ມທະວີການພົວພັນຮ່ວມມື .
( vtv.vn )
ວັນ ທີ 17/11, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ໄດ້ມີການເຈລະຈາກັບປະທານສະພາຕຳ່ ອາຟຼິກາໃຕ້ Max Vuyisile Sisulu ພວມຢູ່ຢ້ຽມຢາມຫວຽດນາມຢ່າງເປັນທາງການ ແຕ່ວັນທີ 16 -19/11. ທີ່ການເຈລະຈາ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ແລະປະທານສະພາຕຳ່ ອາຟຼິກາໃຕ້ Max Vuyisile Sisulu ໄດ້ເຫັນດີເປັນເອກະສັນກັນ ເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງອົງການນິຕິບັນຍັດ ເພື່ອຫນູນຊ່ວຍການພັດທະນາການພົວພັນມິດຕະພາບ ການຮ່ວມມືຫລາຍດ້ານຂອງສອງປະເທດ ຫວຽດນາມ ແລະ ອາຟຼິກາໃຕ້ ເປັນຕົ້ນແມ່ນການຮ່ວມມືດ້ານເສດຖະກິດ ການຄ້າ, ວັດທະນະທຳ ແລະ ຊຸກຍູ້ການພົວພັນສອງຝ່າຍ. ສອງຝ່າຍກໍເຫັນດີເພີ່ມທະວີການຮ່ວມມືລະຫວ່າງສອງສະພາແຫ່ງຊາດ. ແລະ ກໍໃນຕອນເຊົ້າວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບປະທານ ສະພາຕຳ່ ອາຟຼິກາໃຕ້ Max Vuyisile Sisulu. ທ່ານຮອງນາຍົກລັດຖະມົນຕີ ຊົມເຊີຍ ບັນດາວິສາຫະກິດ ອາຟຼິກາໃຕ້ ມາຊອກຫາກາລະໂອກາດການຮ່ວມມື, ຊຸກຍູ້ການລົງທຶນ, ດຳເນີນທຸລະກິດຍາວນານຢູ່ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະຫນາວ່າ ສອງຝ່າຍສືບຕໍ່ຊຸກຍູ້ການພົວພັນຮ່ວມມືຫລາຍດ້ານ ເປັນຕົ້ນແມ່ນການຮ່ວມມືເສດຖະກິດ.