ທີກອງປະຊຸມສຳມະນາຮ່ວມມືກໍ່ສ້າງຕຶກອາຄານປະຢັດພະລັງງານ
(ພາບ: tapchicongnghiep.vn)
(vovworld) - ກອງປະຊຸມສຳມະນາ “ຕຶກອາຄານປະຢັດພະລັງງານຂອງແດນມາກ ຢູ່ຫວຽດນາມ” ດຳເນີນໄປໃນວັນທີ 9/11 ຢູ່ນະຄອນໂຮ່ຈິມິນ, ດ້ວຍການເຂົ້າຮ່ວມຂອງທ່ານລັດຖະມົນຕີກະຊວງກໍ່ສ້າງພະລັງງານ ແລະ ອາກາດແດນມາກ Martin Lindegard, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ Le Manh Ha ແລະ ວິສາຫະກິດກໍ່ສ້າງຫວຽດນາມ ແລະ ແດນມາກເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.
ທີ່ກອງປະຊຸມສຳມະນາ, ບັນດາຜູ້ຊ່ຽວຊານທີ່ມາຈາກແດນມາກ ໄດ້ແນະນຳບັນດາຮູບແບບໃນການອອກແບບ, ກໍ່ສ້າງບັນລຸມາດຖານຂຽວ, ປະຢັດພະລັງງານ. ພິເສດຮູບແບບເຮືອນປະຢັດພະລັງງານຂອງແດນມາກ ຢູ່ຫວຽດນາມ ໄດ້ຮັບຖືວ່າ ແມ່ນສູນອອກແບບແລະ ກໍ່ສ້າງກິດຈະກຳປະຢັດພະລັງງານ. ຄາດວ່າ, ເຮືອນປະຢັດພະລັງງານທຳອິດຢູ່ຫວຽດນາມ ຈະໄດ້ຮັບການຜັນຂະຫຍາຍຢູ່ນະຄອນໂຮ່ຈິມິນໃນກາງປີ 2013.