ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າຈະເຮັດຫຼ້ອນໜ້າທີ່ ແລະ ແມ່ນສະມາຊິກທີ່ຕັ້ງໜ້າຂອງ IIB

(VOVWORLD) - ຫວຽດນາມ ເປັນປະເທດທີ່ຂະຫຍັນຂັນເຄື່ອນ, ແລະເປັນສະມາຊິກທີ່ມີລະດັບການເຕີບໂຕສູງທີ່ສຸດໃນບັນດາສະມາຊິກຂອງ IIB
ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າຈະເຮັດຫຼ້ອນໜ້າທີ່ ແລະ ແມ່ນສະມາຊິກທີ່ຕັ້ງໜ້າຂອງ IIB - ảnh 1 ທ່ານ ເວືອງດີງເຫ້ວ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Mikolay Kosov, ປະທານຄະນະການນຳທະນາຄານລົງທຶນສາກົນ (ພາບ: TTXVN)

ຕອນບ່າຍວັນທີ 12 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານ ເວືອງດີງເຫ້ວ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Mikolay Kosov, ປະທານຄະນະການນຳທະນາຄານລົງທຶນສາກົນ (IIB) ໃນໂອກາດທີ່ທ່ານພວມມີການເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານ Mikolay Kosov ຖືວ່າ: ຫວຽດນາມ ເປັນປະເທດທີ່ຂະຫຍັນຂັນເຄື່ອນ ແລະ ເປັນສະມາຊິກທີ່ມີລະດັບການເຕີບໂຕສູງທີ່ສຸດໃນບັນດາສະມາຊິກຂອງ IIB. ທ່ານ Mikolay Kosov ຍັງສະແດງຄວາມຫວັງວ່າຢາກເປີດຫ້ອງການຕາງໜ້າຢູ່ ຫວຽດນາມ ເພື່ອເປັນຂົວເຊື່ອມຕໍ່ລະຫວ່າງ IIB ກັບວິສາຫະກິດ ແລະ ລັດຖະບານ ຫວຽດນາມ.

        ສ່ວນທ່ານ ເວືອງດີງເຫ້ວ ຮອງນາຍົກລັດຖະມົນຕີໄດ້ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະປະຕິບັດຄວາມຮັບຜິດຊອບເປັນຢ່າງດີ ແລະ ແມ່ນສະມາຊິກທີ່ຕັ້ງໜ້າ, ສືບຕໍ່ປະຕິຮູບ ແລະ ພັດທະນາ IIB ຢ່າງຍືນຍົງໃນເວລາຈະມາເຖິງ. ທ່ານ ເວືອງດີງເຫ້ວ ຖືວ່າ: ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າຈະປະກອບສ່ວນແຫຼ່ງທຶນຢ່າງຄົບຖ້ວນ ແລະ ຕາມກຳນົດເວລາຊຶ່ງໄດ້ໝັ້ນໝາຍໃນສັນຍາ ແລະ ສະໜັບສະໜູນ IIB  ສຶກສາຄົ້ນຄ້ວາເພື່ອເປີດຫ້ອງການຕາງໜ້າຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ