ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງເຈືອງທິມາຍເຂົ້າຮ່ວມກອງປະຊຸມສົ່ງເສີມການເຄື່ອນໄຫວມະນຸດສະທຳ

(VOVWORLD) -ຕອນບ່າຍວັນທີ 11 ທັນວາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມສົ່ງເສີມການເຄື່ອນໄຫວມະນຸດສະທຳດ້ວຍຫົວຂໍ້ວ່າ “ເສີມຂະຫຍາຍຄວາມຮັບຜິດຊອບສັງຄົມ ແລະ ຊ່ວຍເຫຼືອມະນຸດສະທຳຂອງບັນດາອົງການຈັດຕັ້ງ, ວິສາຫະກິດໃນຍຸກການປະຕິວັດອຸດສາຫະກຳ 4.0”.

ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງເຈືອງທິມາຍເຂົ້າຮ່ວມກອງປະຊຸມສົ່ງເສີມການເຄື່ອນໄຫວມະນຸດສະທຳ - ảnh 1 ກອງປະຊຸມສົ່ງເສີມການເຄື່ອນໄຫວມະນຸດສະທຳ

(ພາບ: VTV1)

ບົດລາຍງານທີ່ກອງປະຊຸມໄດ້ຊີ້ໃຫ້ເຫັນວ່າ, ໃນໄລຍະຜ່ານມາ, ຍອດຈຳນວນເງິນເຄື່ອນໄຫວມະນຸດສະທຳຂອງສະພາກາແດງຫວຽດນາມ ບັນລຸສະເລ່ຍ 2 ຕື້ດົ່ງ/ປີ, ໜູນຊ່ວຍຜູ້ທຸກຍາກໄດ້ 7 ລ້ານເທື່ອຄົນ/ປີ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ຢືນຢັນວ່າ.

        “ຄວນສຸມໃສ່ສ້າງການເຄື່ອນໄຫວຂອງທະນາຄານມະນຸດສະທຳໃຫ້ສົມບູນແບບໂປ່ງໃສ, ກະຈ່າງແຈ້ງ ແລະ ນຳໃຊ້ບັນດາມາດຕະການ, ວິທີການທີ່ເໝາະສົມເພື່ອໃຫ້ບັນດາຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອມີເງື່ອນໄຂໄດ້ສຳພັດກັບບັນດານັກອຸປະຖຳໃຫ້ຫຼາຍກວ່າ. ໃນສະພາບການປະຕິວັດອຸດສາຫະກຳ 4.0 ເລື່ອງສືບຕໍ່ຊອກຫາມາດຕະການ, ວິທີການໄວທີ່ສຸດໃຫ້ບັນດາຜູ້ໄດ້ຮັບການຊ່ວຍເຫຼືອແມ່ນບັນດາຄວາມຮຽກຮ້ອງຕ້ອງການສູງທີ່ສຸດໃຫ້ທັງ 2 ຫົວໜ່ວຍນີ້. ຄວນເປັນເຈົ້າການແລກປ່ຽນກັບບັນດາສ່ວນບຸກຄົນ, ອົງການຈັດຕັ້ງ, ວິສາຫະກິດເພື່ອຊອກຮູ້, ກຳແໜ້ນບັນດາບຸລິມະສິດໃນການເຄື່ອນໄຫວມະນຸດສະທຳທີ່ສະຫງວນໃຫ້ແກ່ຫວຽດນາມ”.

ຕອບກັບ

ຂ່າວ/ບົດ​ອື່ນ