ຫົວໜ້າຄະນະຈັດຕັ້ງສູນກາງພັກຟ້າມມິງຈິ໋ງໄປເຮັດວຽກຢູ່ຮ່າຢາງ

(VOVWORLD) -ໃນລະຫວ່າງວັນທີ 28 ກຸມພາ ຫາວັນທີ 01 ມີນາ, ຄະນະປະຕິບັດງານຂອງຄະນະຈັດຕັ້ງສູນກາງພັກ ໂດຍທ່ານ ຟ້າມມິງຈິ໋ງ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ເປັນຫົວໜ້າຄະນະ ໄດ້ໄປເຮັດວຽກຢູ່ແຂວງຮ່າຢາງ.

ຫົວໜ້າຄະນະຈັດຕັ້ງສູນກາງພັກຟ້າມມິງຈິ໋ງໄປເຮັດວຽກຢູ່ຮ່າຢາງ - ảnh 1 ທ່ານຫົວໜ້າຄະນະຈັດຕັ້ງສູນກາງພັກຟ້າມມິງຈິ໋ງໄປເຮັດວຽກຢູ່ຮ່າຢາງ

(ພາບ: TTXVN)

ທີ່ການເຮັດວຽກກັບຄະນະປະຈຳຄະນະພັກແຂວງຮ່າຢາງ ໃນວັນທີ 01 ມີນາ, ທ່ານ ຟ້າມມິງຈິ໋ງ ໄດ້ຮັບຮູ້ບັນດາວິທີເຮັດວຽກທີ່ດີ, ການຊີ້ນຳຢ່າງຂ້ຽວຂາດ, ມີປະສິດທິຜົນຂອງແຂວງ ສະນັ້ນສະພາບການພັດທະນາເສດຖະກິດ, ສັງຄົມຂອງຮ່າຢາງ ສືບຕໍ່ໄດ້ຮັບການພັດທະນາ ແລະ ໝັ້ນຄົງ. ທ່ານຫົວໜ້າຄະນະຈັດຕັ້ງສູນກາງພັກ ຟ້າມມິງຈິ໋ງ ສະເໜີໃຫ້ອົງຄະນະພັກແຂວງຮ່າຢາງ ສືບຕໍ່ຊາບຊຶມບັນດາຄຳສັ່ງ, ມະຕິຂອງສູນກາງພັກ ໃນເລື່ອງເປັນເອກະພາບຄຸ້ມຄອງພະນັກງານບັນຈຸໃນທັງລະບົບການເມືອງ; ຍູ້ແຮງວຽກງານຄຸ້ມຄອງ, ນຳໃຊ້, ເພື່ອປະຕິບັດລະບອບນະໂຍບາຍສຳລັບລັດຖະກອນ, ພາລະກອນຂອງແຂວງ…

ຕອບກັບ

ຂ່າວ/ບົດ​ອື່ນ