ອັງກິດໜູນຊ່ວຍເງິນ 500.000 ປອນ ໃຫ້ແກ່ຫວຽດນາມ ເພື່ອແກ້ໄຂຜົນສະທ້ອນຈາກພາຍຸນ້ຳຖ້ວມ
(VOVWORLD) -ວັນທີ 3 ພະຈິກ, ລາຊະອານາຈັກອັງກິດໄດ້ປະກາດບ້ວງເງິນໜູນຊ່ວຍທີ່ມີມູນຄ່າ 500.000 ປອນ (ປະມານ 15 ຕື້ດົ່ງ) ເພື່ອໜູນຊ່ວຍປະຊາຊົນ ຫວຽດນາມ ແກ້ໄຂຜົນສະທ້ອນຈາກພາຍຸ ແລະ ນ້ຳຖ້ວມໃນໄລຍະມໍ່ມານີ້.
ພາບປະກອບ: TTXVN |
ບ້ວງເງິນໜູນຊ່ວຍດັ່ງກ່າວຖືກສົ່ງມາໃຫ້ສະຫະພັນກາແດງສາກົນຜ່ານທາງສາພາກະແດງ ອັງກິດ, ເຊິ່ງຊ່ວຍເປີດກ້ວາງການຈັດແຈ່ງບ່ອນຢູ່, ສະໜອງນ້ຳສະອາດ, ສະໜອງອາຫານ ແລະ ໜູນຊ່ວຍການຫາລ້ຽງຊີບໃຫ້ແກ່ປະຊາຊົນປະມານ 160.000 ຄົນທີ່ຖືກຜົນກະທົບຈາກໄພທຳມະຊາດ ຢູ່ ຫວຽດນາມ. ໂດຍຕາງໜ້າລັດຖະບານລາຊະອານາຈັກ ອັງກິດ, ທ່ານ Gareth Ward ເອກອັກຄະລັດຖະທູດ ອັງກິດປະຈຳ ຫວຽດນາມ ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງປະຊາຊົນເຂດພາກກາງ ຫວຽດນາມ ກ່ຽວກັບບັນດາຄວາມເສຍຫາຍຢ່າງໜັກໜ່ວງທາງດ້ານຊີວິດອິນຊີ ແລະ ຊັບສິນຂອງປະຊາຊົນໃນໄລຍະທີ່ຜ່ານມາ, ພ້ອມທັງຢັ້ງຢືນວ່າ ບ້ວງເງິນໜູນຊ່ວຍນີ້ ຈະປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມຂອງ ລັດຖະບານ ຫວຽດນາມ ແລະ ບັນດາອົງການທ້ອງຖິ່ນ ໃນການໜູນຊ່ວຍວົງຄະນະຍາດ ທີ່ໄດ້ຮັບຜົນກະທົບ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ. ລາຊະອານາຈັກຈະສືບຕໍ່ຮ່ວມເດີນທາງກັບປະຊາຊົນ ຫວຽດນາມຜ່ານຜ່າໄລຍະປະສົບກັບຄວາມຫຍຸ້ງຍາກນີ້.