ອົງການສະມາຊິກລັດຖະສະພາມິດຕະພາບຫວຽດນາມຈະຊຸກຍູ້ການພັດທະນາການຕ່າງປະເທດລັດຖະສະພາ
ສະເໜີຕົວອົງການສະມາຊິກລັດຖະສະພາມິດຕະພາບຫວຽດນາມ
(ພາບ: TTXVN)
(vovworld)- ວັນທີ 22/11, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ໄດ້ສະເໜີຕົວອົງການສະມາຊິກລັດຖະສະພາມິດຕະພາບຫວຽດນາມ ດ້ວຍ 57 ກຸ່ມ ສະມາຊິກລັດຖະສະພາມິດຕະພາບ ກັບລັດຖະສະພາບັນດາປະເທດ. ຄະນະປະທານອົງການສະມາຊິກລັດຖະສະພາມິດຕະພາບຫວຽດນາມ ໂດຍ ທ່ານ ຕ່ອງທິຟ໋ອງ ຮອງປະທານສະພາແຫ່ງຊາດຫວຽດນາມ ເປັນປະທານ. ກ່າວຄວາມເຫັນທີ່ພິທີປະກາດ, ທ່ານ ນາງ ຫງວຽນທິກີມເງິນ ປະທານສະແຫ່ງຊາດຫວຽດນາມ ເຊື່ອໝັ້ນວ່າ: ອົງການສະມາຊິກລັດຖະສະພາມິດຕະພາບຫວຽດນາມ ສະພາແຫ່ງຊາດ ຊຸດທີ 14 ຈະມີບັນດາການປະກອບສ່ວນຢ່າງແທດຈິງເຂົ້າໃນການພັດທະນາການຕ່າງປະເທດລັດຖະສະພາຂອງຫວຽດນາມ, ຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມື ລະຫວ່າງ ຫວຽດນາມ ກັບບັນດາປະເທດ. ທ່ານ ນາງ ປະທານສະພາແຫ່ງຊາດ ຖືວ່າ: ພິທີປະກາດອົງການສະມາຊິກລັດຖະສະພາມິດຕະພາບຫວຽດນາມ ຊຸດທີ 14 ແມ່ນເຫດການທີ່ມີຄວາມໝາຍສຳຄັນ ສຳລັບການເຄື່ອນໄຫວ ຂອງສະພາແຫ່ງຊາດຫວຽດນາມ ກໍ່ຄືການພົວພັນກັບຕ່າງປະເທດ ລະຫວ່າງ ສະພາແຫ່ງຊາດຫວຽດນາມ ກັບລັດຖະສະພາບັນດາປະເທດໃນໂລກ.