ກອງປະຊຸມຄັ້ງທີ 5 ຄະນະປະຈຳສະພາແຫ່ງຊາດຫວຽດນາມໄດ້ອັດລົງໃນຕອນເຊົ້າວັນທີ 11/1 ຢູ່ຮ່າໂນ້ຍ. ກ່ອນທີ່ອັດກອງປະຊຸມ, ບັນດາສະມາຊິກຄະນະປະຈຳສະພາແຫ່ງຊາດໄດ້ໃຫ້ຄຳເຫັນໃສ່ບົດລາຍງານຕິດຕາມກວດກາເລື່ອງປະຕິບັດຕາມການກຳນົດຂອງກົດໝາຍກ່ຽວກັບການປະກາດໃຊ້ເອກະສານ ນິຕິກຳຂອງສະພາປະຊາຊົນ, ຄະນະກຳມະການປະຊາຊົນ. ຄະນະປະຈຳສະພາແຫ່ງຊາດໄດ້ອອກຮ່າງມະຕິກ່ຽວກັບໝາກຜົນການຕິດຕາມກວດກາການປະຕິບັດຕາມການກຳນົດຂອງກົດໝາຍກ່ຽວກັບການປະກາດໃຊ້ເອກະສານນິຕິກຳຂອງສະພາປະຊາຊົນ, ຄະນະກຳມະການປະຊາຊົນ. ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮູ່ງ ສະເໜີຕ້ອງສືບຕໍ່ສ້າງສຳເລັດມະຕິເພື່ອຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາປະຊາຊົນ, ຄະນະກຳມະການປະຊາຊົນ. ກ່າວຄຳເຫັນອັດກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ຊີ້ແຈ້ງວ່າ:
“ຂ້າພະເຈົ້າສະເໜີບັນດາສະມາຊິກຄະນະປະຈຳສະພາແຫ່ງຊາດ, ພາກສ່ວນທີ່ກ່ຽວຂ້ອງເຖິງບັນດາຮ່າງກົດໝາຍ ຈົ່ງສຸມໃສ່ຊີ້ນຳເພື່ອປະຕິບັດວຽກງານໃຫ້ດີກ່ວາ, ມີການເຂົ້າຮ່ວມຂອງບັນດາອົງການທີ່ກ່ຽວຂ້ອງ ແລະ ບັນດາສະມາຊິກສາພາແຫ່ງຊາດອາຊີບ. ຫວັງວ່າ ຄະນະປະຈຳສະພາແຫ່ງຊາດປະຕິບັດດີກ່ວາ, ມີຄຸນນະພາບສູງກ່ວາ, ກ່ອນທີ່ຈະຍືນສະເໜີຕໍ່ສະພາແຫ່ງຊາດ”
ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ສະເໜີບັນດາອົງການຂອງສະພາແຫ່ງຊາດ, ບັນດາອົງການຮຽບຮຽງກົດໝາຍຮັບເອົາຄຳເຫັນທີ່ໄດ້ປຶກສາຫາລືຢູ່ກອງປະຊຸມຄັ້ງນີ້ ເພື່ອເພີ່ມເຕີມ, ດັບປັບ, ຍືນສະເໜີຕໍກອງປະຊຸມຄັ້ງຕໍ່ໄປ.