ກອງປະຊຸມສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ຊຸດທີ 12
|
(vovworld) - ຕອນເຊົ້າວັນທີ 12/3 ຢູ່ຫໍສະພາປະຊາຊົນຈີນ ທີ່ນະຄອນຫລວງ ປັກກີ່ງ, ກອງປະຊຸມຄັ້ງປະຖົມມະເລີກ ຄະນະກຳມະການແຫ່ງຊາດກອງປະຊຸມສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ຊຸດທີ 12 ໄດ້ອັດລົງພາຍຫລັງເຮັດວຽກມາເປັນເວລາ 9 ວັນ ໂດຍມີການເຂົ້າຮ່ວມຂອງປະທານປະເທດຈີນ ຮູ່ຈີນເທົ່າ, ເລຂາທິການໃຫຍ່ພັກກອມມູນິດ ຈີນ ສີຈີ້ນຜິງ ພ້ອມກັບການນຳຂັ້ນສູງອື່ນຫລາຍທ່ານ ແລະ ຜູ້ແທນເກືອບ 2200 ທ່ານ. ທີ່ພິທີອັດ, ກອງປະຊຸມໄດ້ຮັບຮອງເອົາມະຕິກ່ຽວກັບບົດລາຍງານວຽກງານຂອງຄະນະປະຈຳ, ຮັບຮອງເອົາບົດລາຍງານກ່ຽວກັບສະພາບການກວດກາບັນດາຄຳເຫັນສະເຫນີ ແລະ ມະຕິການເມືອງຂອງກອງປະຊຸມໃຫຍ່. ກ່ອນຫນ້ານັ້ນ ໃນກອງປະຊຸມຄົບຄະນະຊຶ່ງດຳເນີນໄປໃນວັນທີ 11/3, ກອງປະຊຸມໄດ້ເລືອກຕັ້ງທ່ານ ອີເຈີ້ງເສິງ ກຳມະການປະຈຳກົມການເມືອງຄະນະບໍລິຫານງານສູນກາງພັກກອມມູນິດຈີນ ເປັນປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ 12, ເລືອກຕັ້ງຮອງປະທານ 23 ທ່ານ ແລະ ກຳມະການປະຈຳ 299 ທ່ານ.