ອັດກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດໂລກ IPU 131

 ອັດກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດໂລກ IPU 131  - ảnh 1
ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ້ອງກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ອັດ​ກອງ​ປະ​ຊຸມ

(vovworld)- ວັນ​ທີ 16/10, ຢູ່​ເຊ​ແນວ ປະ​ເທດ​ສະ​ວິດ , ໄດ້​ດຳ​ເນີນວາ​ລະ​ປະ​ຊຸມ​ຄົບ​ຄະ​ນະຄັ້ງ​ສຸດ​ທ້າຍ​ພາຍຫຼັງດຳ​ເນີນ​ກອງ​ປະ​ຊ​ຸມ​ສະ​ມັດ​ຊາ​ໃຫຍ່​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ໂລກ IPU 131 ເປັນ​ເວ​ລາ 4 ວັນ. ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ອັດ​ກອງ​ປະ​ຊຸມ, ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ້ອງ ໄດ້​ຢືນ​ຢັນ​ວ່າກອງ​ປະ​ຊ​ຸມ​ ສະ​ມັດ​ຊາ​ໃຫຍ່​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ໂລກ IPU 131ໄດ້​ສຳ​ເລັດ​ໂຄງ​ການ​ເຄື່ອນ​ໄຫວ​ຢ່າງ​ຈົບ​ງາມ. IPU 131 ກໍ​ໄດ້​ເລືອກ​ຕັ້ງ​ທ່ານ​ Saber Chowdhury ສະ​ມາ​ຊິກ​ລັດ​ຖະ​ສະ​ພາ ບັງ​ກະ​ຣາ​ເທດ​ເປັນປະ​ທານ​ຄົນ​ໃໝ່​ຂອງ IPU . ກ່ຽວ​ກັບ​ເລື່ອງ ​ກອງ​ປະ​ຊ​ຸມ​ສະ​ມັດ​ຊາ​ໃຫຍ່​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ໂລກ IPU 132 ໂດຍ​ຫວຽດ​ນາມ​ເປັນ​ເຈົ້າພາບ​ຈັດ​ຕັ້ງ, ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ້ອງ ໄດ້​ຊີ້​ແຈ້ງວ່າ : 

   “ ປີ 2015 ແມ່ນ​ຂີດ​ໝາຍ​ສຳ​ຄັນ​ໃນ​ສະ​ພາບ ປະ​ຊາ​ຄົມ​ໂລກ​ສະຫຼຸບ​ວິ​ວັດ​ທະ​ນາ​ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາສະ​ຫັດ​ສະ​ວັດຂອງ ສ.ປ.ຊ ແລະ ກະ​ກຽມ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ຜັນ​ຂະ​ຫຍາຍ​ບັນ​ດາເປົ້າ​ໝາຍ​ພັດ​ທະ​ນາແບບ​ຍືນ​ຍົງ. ນີ້​ກໍ​ແມ່ນ​ຈຸດ​ເວ​ລາ​ທີ່​ເໝາະ​ສົມ​ເພື່ອ​ໃຫ້​ບັນ​ດາ​ລັດ​ຖະ​ສະ​ພາ​ສະ​ແດງ​ໃຫ້​ເຫັນ​ແຈ້ງ​ບົດ​ບາດ, ສຽງ​ເວົ້າ ແລະ ທັດ​ສະ​ນະ​ຂອງ​ຕົນ. ດັ່ງ​ນັ້ນ​, ພວກ​ຂ້າ​ພະ​ເຈົ້າ​ນຳ​ສະ​ເໜີ​ຫົວ​ເລື່ອງ​ປຶກ​ສາ​ຫາ​ລື​ລວມ​ຂອງ​ກອງ​ປະ​ຊ​ຸມ​ສະ​ມັດ​ຊາ​ໃຫຍ່​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ໂລກ IPU 132 ຢູ່​ຮ່າ​ໂນ້ຍ​ວ່າ : ລັດ​ຖະ​ສະ​ພາ ແລະ ການ​ປະ​ຕິ​ບັດ​ໂຄງ​ການ​ພັດ​ທະ​ນາ​ແບບ​ຍືນຍົງ​ພາຍຫຼັງ​ປີ 2015 ”. 

ຕອບກັບ

ຂ່າວ/ບົດ​ອື່ນ