ອັດກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມ ຊຸດທີ 13

ອັດກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມ ຊຸດທີ 13  - ảnh 1
(ກອງ​ປະຊຸມ​ສະ​ໄໝສາມັນ​​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13)

​(vovworld) - ພາຍ​ຫຼັງ​ເຮັດ​ວຽກ​ມາ​ເປັນ​ເວລາກ່ວາ 1 ​ເດືອນ, ກອງ​ປະຊຸມ​ສະ​ໄໝສາມັນ​​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ​ໄດ້​ອັດ​ລົງ​ໃນ​ຕອນບ່າຍ​ວັນ​ທີ 21/06. ກອນ​ໜ້າ​ນັ້ນ, ໃນ​ຕອນ​ເຊົ້າ​ວັນທີ 21/06, ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ຢູ່​ຫໍ​ປະຊຸມ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປົກ​ປັກ​ຮັກສາ ​ແລະ ກວດ​ໂລກ​ພະຍາດ​ພືດ. ກ່ອນ​ທີ່​ຈັດ​ວາລະ​ອັດ​ກອງ​ປະຊຸມ​ໃນ​ຕອນ​ບ່າຍ, ສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ເລື່ອງ​ແກ່ຍາວ​ກຳນົດ​ເວລາ​ນຳ​ໃຊ້ດິນ​ປູກ​ຕົ້ນ​ໄມ້​ປະຈຳ​ປີ, ດິນ​ລ້ຽງ​ປູກສິນ​ໃນ​ນ້ຳ, ດິນ​ເຮັດ​ເກືອ​ຂອງ​ຄອບຄົວ, ສ່ວນ​ບຸກຄົນ; ຮັບຮອງ​ເອົາມະຕິ​ກ່ຽວກັບ​ໝາກຜົນ​ແຫ່ງການ​ຕິດຕາມ​ກວດກາ “ການ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ການ​ປະຢັດ ​ແລະ ຕ້ານ​ການ​ຟູມ​ເຟືອຍ​ໃນ​ການ​ນຳ​ໃຊ້​ແຫຼ່ງພັນທະບັດ​ລັດຖະບານ ​ໃຫ້​ແກ່​ການ​ລົງທຶນ​ພື້ນຖານ, ​ໄລ​ຍະ 2006 - 2012” ​ແລະ ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ການ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ​ທີ່​ກອງ​ປະຊຸມສະ​ໄໝສາມັນ​​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13. ​ໃນ​ວັນ​ທີ 20/06, ສະພາ​ແຫ່ງ​ຊາດ​​ໄດ້ຮັບຮອງ​ເອົາ​ມະຕິ​ໃຫ້​ສັດຕະຍາບັນ​ສະຫຼຸບບັນຊີງົບປະມານ​ແຫ່ງ​ລັດ​ປີ 2011.
ຂ່າວ/ບົດ​ອື່ນ