ອັດຄ້າຍພັກແລ້ງຊາວໜຸ່ມ, ເຍົາວະຊົນ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ 2017

(VOVWORLD) - ຕອນຄຳ່ວັນທີ 29/7, ຢູ່ນະຄອນ ກ່າເມົາ, ແຂວງ ກ່າເມົາ, ຄະນະກຳມະການກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ

ອັດຄ້າຍພັກແລ້ງຊາວໜຸ່ມ, ເຍົາວະຊົນ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ 2017 - ảnh 1 ອັດຄ້າຍພັກແລ້ງຊາວໜຸ່ມ, ເຍົາວະຊົນ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ 2017

(ພາບ: TTXVN)

ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ກ່າເມົາ ຈັດຕັ້ງພິທີອັດຄ້າຍພັກແລ້ງ ຫວຽດນາມ 2017, ດ້ວຍຫົວຂໍ້ວ່າ “ໄວໜຸ່ມ ຫວຽດນາມ ອາໄສຢູ່ຕ່າງປະເທດເອກອ້າງທະນົງໃຈຕໍ່ດິນແດນພາກໃຕ້“. ກ່າວຄວາມເຫັນອັດຄ້າຍພັກແລ້ງ ຫວຽດນາມ 2017, ທ່ານ ເລືອງແທງງິ, ຮອງປະທານ ຄະນະກຳມະການແຫ່ງລັດ ກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຢືນຢັນວ່າ, ພັກ ແລະ ລັດ ຫວຽດນາມຍາມໃດກໍ່ຖືປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກກັນໄດ້, ແມ່ນກຳລັງອັນໃຫຍ່ຫຼວງຂອງປະຊາຄົມບັນດາເຜົ່າ ຫວຽດນາມ. ຄ້າຍພັກແລ້ງ ຫວຽດນາມ ໄດ້ກາຍເປັນເຫດການປະຈຳປີ ແລະ ມີຄວາມໝາຍທີ່ສຸດສຳລັບລຸ້ນໜຸ່ມຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ. ຢູ່ທີ່ນີ້ບັນດາເພື່ອນຊາວໜຸ່ມ, ເຍົາວະຊົນ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດມີໂອກາດໄດ້ພົບປະ, ແລກປ່ຽນກັບຊາວໜຸ່ມ, ເຍົາວະຊົນພາຍໃນປະເທດ, ຝຶກຝັນພາສາຫວຽດ, ຍົກສູງຄວາມຮູ້, ຄວາມເຂົ້າໃຈກ່ຽວກັບປະຫວັດສາດ, ວັດທະນະທຳ, ມູນເຊື້ອຂອງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ