ອັດງານບຸນຍິງບັ້ງໄຟດອກສາກົນດ່ານັ້ງ 2018

(VOVWORLD) -ພາຍຫຼັງດຳເນີນເປັນເວລາ 2 ເດືອນ (ແຕ່ວັນທີ 30 ເມສາ - 30 ມິຖຸນາ), ຮອບຊິງຊະນະເລີດງານບຸນຍິງບັ້ງໄຟດອກສາກົນດ່ານັ້ງ 2018 (DIFF 2018) ໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 30 ມິຖຸນາ
ອັດງານບຸນຍິງບັ້ງໄຟດອກສາກົນດ່ານັ້ງ 2018 - ảnh 1 (ອັດງານບຸນຍິງບັ້ງໄຟດອກສາກົນດ່ານັ້ງ 2018)

ດ້ວຍການແຂ່ງຂັນຂອງ 2 ທິມຍິງບັ້ງໄຟດອກແມ່ນ Atlas Pyro Vision (ອາເມລິກາ) ແລະ Martareloo (ອີຕາລີ). ໝາກຜົນແມ່ນທິມ Martareloo ຂອງອີຕາລີ ໄດ້ຮັບໄຊຊະນະເລີດ, ທິມ Atlas Pyro Vision ຂອງອາເມລິກາ ໄດ້ຢືນທີ 2.

      ກ່າວຄຳເຫັນທີ່ຮອບຊິງຊະນະເລີດງານມະໂຫລານຍິງບັ້ງໄຟດອກສາກົນດ່ານັ້ງ 2018, ທ່ານ ເຈີ່ນວັນມຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນດ່ານັ້ງ, ໃຫ້ຮູ້ວ່າ.

      “ນອກຈາກການຍິງບັ້ງໄຟດອກ, ບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະດ້ວຍການເຂົ້າຮ່ວມຂອງບັນດານັກສິລະປິນແຖວໜ້າ, ພ້ອມກັບການເຄື່ອນໄຫວຮ່ວມເດີນທາງທີ່ຟົດຟື້ນ, ມີສີສັນລາກຫຼາຍ ໄດ້ນຳມາໃຫ້ປະຊາຊົນນະຄອນ ແລະ ນັກທ່ອງທ່ຽວບັນຍາກາດງານບຸນທີ່ຟົດຟື້ນໃນຕະຫຼອດ 2 ເດືອນຜ່ານມາ, ໂດຍເປັນການປະກອບສ່ວນຢັ້ງຢືນເຄື່ອງໝາຍການຄ້າເຫດການຂອງນະຄອນດ່ານັ້ງ ທີ່ສວຍງາມ.”

      DIFF 2018 ບັນລຸໄດ້ຜົນສຳເລັດຢ່າງຈົບງາມ, ປະກອບສ່ວນຍົກລະດັບງານບຸນຍິງບັ້ງໄຟດອກ ກໍຄືຮ່ວມແຮງຮ່ວມໃຈໂຄສະນານະຄອນດ່ານັ້ງ ເຖິງເພື່ອນມິດສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ