(vovworld) - ຕອນຄໍ່າວັນທີ 19/11, ຢູ່ນະຄອນ ຫຼິວເຈົ່າ, ແຂວງ ກວາງຊີ, ປະເທດຈີນ, ງານມະໂຫລານມິດຕະພາບປະຊາຊົນຫວຽດນາມ - ຈີນ ປີ 2012 ຖືກອັດລົງພາຍຫຼັງດຳເນີນມາເປັນເວລາ 3 ວັນ. ກ່າວຄຳເຫັນນະທີ່ນີ້, ທ່ານເລຂາຄະນະພັກນະຄອນ ຫຼິວເຈົ່າ ເຈີນກ້ຽງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍຫຼັງງານມະໂຫລານ, ປະຊາຊົນສອງປະເທດຈະສືບຕໍ່ເພີ່ມທະວີການພົບປະແລກປ່ຽນ ແລະ ການຮ່ວມມືປະກອບສ່ວນເຂົ້າໃນເລື່ອງເພີ່ມທະວີການພົວພັນມິດຕະພາບລະຫວ່າງຫວຽດນາມ - ຈີນ ຢ່າງແທ້ຈິງ. ທ່ານ Nguyen Xuan Thang ກຳມະການຄະນະບໍລິຫານງານສູນກາງພັກ, ປະທານສະມາຄົມມິດຕະພາບຫວຽດນາມ - ຈີນ ຢືນຢັນວ່າ, ສະມາຄົມມິດຕະພາບຫວຽດນາມ - ຈີນ ພ້ອມກັບບັນດາອົງການມິດຕະພາບປະຊາຊົນຈີນ ສືບຕໍ່ປະຕິບັດວຽກງານຕ່າງໆເຊິ່ງໄດ້ລະບຸໃນຖະແຫຼງການມິດຕະພາບງານມະໂຫລານປະຊາຊົນຫວຽດນາມ - ຈີນ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພັດທະນາການພົວພັນມິດຕະພາບຫວຽດນາມ - ຈີນ ເປັນຢ່າງດີເພື່ອສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາລະຫວ່າງປະຊາຊົນສອງປະເທດ.