ອົດສະຕາລີ ຊຸກຍູ້ຍຸດທະສາດເພີ່ມທະວີການຮ່ວມມືທາງດ້ານເສດຖະກິດກັບຫວຽດນາມ

(VOVWORLD) -ອົດສະຕາລີ ແລະ ຫວຽດນາມ ພວມຕັ້ງໜ້າເຮັດວຽກເພື່ອສາມາດປະຕິບັດສຳເລັດຍຸດທະສາດເພີ່ມທະວີການຮ່ວມມືທາງດ້ານເສດຖະກິດລະຫວ່າງອົດສະຕາລີ - ຫວຽດນາມ
ອົດສະຕາລີ ຊຸກຍູ້ຍຸດທະສາດເພີ່ມທະວີການຮ່ວມມືທາງດ້ານເສດຖະກິດກັບຫວຽດນາມ - ảnh 1(ທ່ານລັດຖະມົນຕີການຄ້າ, ທ່ອງທ່ຽວ ແລະ ການລົງທຶນ ອົດສະຕາລີ Dan Tehan)

ທີ່ການພົບປະທາງໄກກັບບັນດານັກຂ່າວສາກົນໃນວັນທີ 06 ກັນຍາ, ທ່ານລັດຖະມົນຕີການຄ້າ, ທ່ອງທ່ຽວ ແລະ ການລົງທຶນ ອົດສະຕາລີ Dan Tehan ໃຫ້ຮູ້ວ່າ, ຖັດຈາກການໄປຢ້ຽມຢາມຫວຽດນາມ ຂອງທ່ານເມື່ອເດືອນ ກໍລະກົດ ຜ່ານມາ, ເຈົ້າໜ້າທີ່ອົດສະຕາລີ ແລະ ຫວຽດນາມ ພວມຕັ້ງໜ້າເຮັດວຽກເພື່ອສາມາດປະຕິບັດສຳເລັດຍຸດທະສາດເພີ່ມທະວີການຮ່ວມມືທາງດ້ານເສດຖະກິດລະຫວ່າງອົດສະຕາລີ - ຫວຽດນາມ ໃນທ້າຍເດືອນ ກັນຍາ ນີ້. ທ່ານ Dan Tehan ໃຫ້ຂໍ້ສັງເກດວ່າ ແງ່ຫວັງຂອງການພົວພັນທາງດ້ານເສດຖະກິດ-ການຄ້າລະຫວ່າງ 2 ປະເທດ ພວມມີກາລະໂອກາດ, ຄວາມສາມາດບົ່ມຊ້ອນໃນການຮ່ວມມມືຫຼາຍຢ່າງ ເມື່ອພື້ນຖານເສດຖະກິດຂອງ ອົດສະຕາລີ ແລະ ຫວຽດນາມ ມີລັກສະນະເພີ່ມເຕີ່ມໃຫ້ແກ່ກັນ. ການພົວພັນດ້ານການຄ້າ 2 ຝ່າຍພວມເຕີບໂຕຢ່າງບໍ່ຢຸດຢັ້ງ, ການທູດປະຊາຊົນສືບຕໍ່ໄດ້ຮັບການປັບປຸງ ແລະ ເປີດກວ້າງ, ປະກອບສ່ວນຊຸກຍູ້ການພົວພັນ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ