(vovworld) – ທ່ານລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ອິດສະຣາແອນ Moshe Yaalon ໄດ້ຕົກລົງຍົກເລີກສັນຍາຊື້ເຮືອບິນ V – 22 Osprey 6 ລຳຂອງອາເມລິກາ. ສື່ມວນຊົນອິດສະຣາແອນ ໃນວັນທີ 30/10 ຖືວ່າ: ການກະທຳດັ່ງກ່າວແມ່ນເລີ່ມມາຈາກບັນຫາການເງິນ, ແຕ່ກໍ່ສ້າງຄວາມວິຕົກວັງວົນກ່ຽວກັບການພົວພັນທີ່ພວມມີສັນຍານແຕກແຫງບໍ່ດີລະຫວ່າງ 2 ປະເທດສຳພັນທະມິດນີ້ໃນໄລຍະມໍ່ໆມານີ້.
ເດືອນ 4/2013, ໃນຂອບເຂດການປະຕິບັດງານຄັ້ງທຳອິດຂອງທ່ານລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ອາເມລິກາ Chuck Hagel ເຖິງ ອິດສະຣາແອນ, Tel Aviv ໄດ້ຕົກລົງຊື້ເຮືອບິນ V -22 Osprey ທັນສະໄໝ 6 ລຳ. ຖ້າຫາກສັນຍາດັ່ງກ່າວໄດ້ລົງນາມ, ອິດສະຣາແອນ ຈະແມ່ນປະເທດຕ່າງປະເທດທຳອິດກຳມະສິດເຮືອບິນທັນສະໄໝດັ່ງກ່າວ. V -22 Osprey ໄດ້ຮັບຄວາມຫວັງວ່າຈະເພີ່ມທະວີຄວາມສາມາດສູ້ຮົບໃຫ້ກອງທັບ ອິດສະຮາແອນ. ເຖິງແນວນັ້ນກໍ່ຕາມ, 2 ຝ່າຍຍັງບໍ່ທັນລົງນາມໃນບໍ່ວ່າຂໍ້ຕົກລົງໃດທີ່ກ່ຽວຂ້ອງ.