(vovworld) – ວັນທີ 26/3, ລັດຖະບານອິດສະຣາແອນຖະແຫຼງວ່າ: ປະເທດນີ້ຕັດສາຍພົວພັນກັບສະພາສິດທິມະນຸດສະຫະປະຊາຊາດ (ຫຼື UNHCR) ພາຍຫຼັງທີ່ໃນອາທິດແລ້ວນີ້ ອົງການນີ້ຖະແຫຼງຈະສືບສວນບັນດາເຂດຕັ້ງຖິ່ນຖານຄົງທີ່ຊາວຢິວຢູ່ພາກຕາເວັນຕົກແມ່ນ້ຳຈໍແດນ ຖືກຢຶດຄອງ. ໂຄສົກກະຊວງການຕ່າງປະເທດ ອິດສະຣາແອນ, ທ່ານ Yigal Palmor ຖືວ່າ: ການສືບສວນຂອງສະພາສິດທິມະນຸດສະແດງໃຫ້ເຫັນລັກສະນະຂາດພາວະວິໄສຕໍອິດສະຣາແອນ. ເຖິງຢ່າງໃດກໍຕາມ, ທ່ານ Palmor ຢືນຢັນວ່າ: ອິດສະຣາແອນຍັງບໍທັນຮ່ວມມືຢ່າງເຕັມສ່ວນກັບອົງການຕ່າງໆຂອງ ສະຫະປະຊາຊາດ. ໃນປະຕິກິລິຍາຫລ້າສຸດ, ອຳນາດການປົກຄອງ ປາແລດສະຕິນຖືວ່າ: ເລື່ອງ ອິດສະຣາແອນຕັດສາຍພົວພັນກັບສະພາສິດທິມະນຸດສະຫະປະຊາຊາດແມ່ນພະຍານຫຼັກຖານພິສູດໃຫ້ເຫັນວ່າ: ອິດສະຣາແອນບໍ່ເຄົາລົບນັບຖືກົດໝານສາກົນ. ໂຄສົກຂອງອຳນາດການປົກຄອງ ປາແລດສະຕິນ, ທ່ານ Ghassan Khatib ເນັ້ນໜັກວ່າ: ການກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ຢູ່ພາກຕາເວັນຕົກແມ່ນ້ຳຈໍແດນ ແລະ Jerusalem ຕາເວັນອອກ ຈະບໍ່ຢຸດຕິລົງ ຖ້າຫາກບໍມີຄວາມກົດດັນຈາກປະຊາຄົມໂລກ.