ທ່ານ Anand Sharma ແລະທ່ານ Vũ Huy Hoàng ຢູ່New Delhi.
(ພາບ: thehindu)
(vovworld) - ວັນທີ 1/11, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ການຄ້າຫວຽດນາມ Vu Huy Hoang ໄດ້ມີການພົບປະກັບທ່ານລັດຖະມົນຕີການຄ້າ ແລະ ອຸດສາຫະກຳອິນເດຍ Anand Sharma, ເນື່ອງໃນໂອກາດທີ່ທ່ານເຂົ້າຮ່ວມກອງປະຊຸມອາຊີ - ປາຊີຝິກ ຄັ້ງທີ 13 ກ່ຽວກັບບັນດາວິສາຫະກິດເຢັຍລະມັນ ເຊິ່ງຈັດຂຶ້ນຢູ່ New Dehli ໃນລະຫວ່າງວັນທີ 2 ແລະ 3/11. ທີ່ການພົບປະ, ສອງຝ່າຍໄດ້ແລກປ່ຽນບັນດາບັນຫາກ່ຽວກັບການຊຸກຍູ້ການຄ້າ ແລະ ການລົງທຶນ. ທ່ານລັດຖະມົນຕີ Anand Sharma ຫວັງວ່າ ສອງປະເທດຈະລົງນາມໃນສັນຍາກ່ຽວກັບການບໍລິການ ແລະ ການລົງທຶນໃນຕົ້ນປີ 2013, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ຄາດໝາຍບັນລຸວົງເງິນການຄ້າສອງຝ່າຍອິນເດຍ - ຫວຽດນາມ ໃຫ້ໄດ້ 7 ຕື້ USD ໃນປີ 2015 ແມ່ນຈະປະຕິບັດໄດ້. ທ່ານຍັງໃຫ້ຮູ້ວ່າ ບັນດາບໍລິສັດການບິນອິນເດຍ ແລະ ຫວຽດນາມ ລ້ວນແຕ່ສະແດງຄວາມເອົາໃຈໃສ່ເຖິງການເປີດສາຍການບິນໂດຍກົງລະຫວ່າງສອງປະເທດ.