ອິນເດຍຫນູນຊ່ວຍຫວຽດນາມບຳລຸງສ້າງເຕັກໂນໂລຊີຂໍ້ມູນຂ່າວສານ
ພາບປະກອບ:internet
|
(vovworld)- ວັນທີ 6/4 ຢູ່ ນະຄອນ ຍາຈາງ, ມະຫາວິທະຍາໄລຕິດຕໍ່ສື່ສານ ໄດ້ຈັດຕັ້ງພິທີສະຫລອງສູນເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ພາສາຕ່າງປະເທດ ຊື່ງແມ່ນກິດຈະກຳຮ່ວມມືມິດຕະພາບ ລະຫວ່າງ ຫວຽດນາມ ແລະ ອິນເດຍ ໂດຍລັດຖະບານ ອິນເດຍ ຫນູນຊ່ວຍກໍ່ສ້າງ. ພົນໂທ ຫງວຽນຈີວີ້ງ, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດຫວຽດນາມ ແລະ ທ່ານນາງ Preeti Saran, ເອກອັກຄະລັດຖະທູດ ອິນເດຍ ປະຈຳຫວຽດນາມ ເຂົ້າຮ່ວມພິທີ. ພາຍຫລັງນຳເຂົ້າເຄື່ອນໄຫວ, ສູນດັ່ງກ່າວແມ່ນສະຖານທີ່ບຳລຸງສ້າງ, ຍົກສູງລະດັບຄວາມຮູ້ດ້ານເຕັກໂນໂລຊີຂໍ້ມູນຂ່າວສານ, ກຳລັງຄວາມສາມາດດ້ານພາສາຕ່າງປະເທດໃຫ້ແກ່ຖັນແຖວພະນັກງານ, ຄູສອນ, ນັກສຶກສາມະຫາວິທະຍາໄລຕິດຕໍ່ສື່ສານ.