(vovworld) – ວັນທີ 24/6, ຮອບເຈລະຈາຍຸດທະສາດ ອິນເດຍ - ອາເມລິກາ ຄັ້ງທີ 4 ໄດ້ດຳເນີນຢູ່ນະຄອນຫຼວງ ນິວ - ເດລີ ພາຍໃຕ້ການເປັນປະທານຮ່ວມຂອງລັດຖະມົນຕີການຕ່າງປະເທດ ອິນເດຍ ທ່ານ Salman Khurshid ແລະ ຄູ່ຕຳແໜ່ງ ອາເມລິກາ ທ່ານ John Kerry. ກ່າວຄຳເຫັນທີ່ການປະຊຸມຂ່າວພາຍຫຼັງສິ້ນສຸດການເຈລະຈາຍຸດທະສາດ, ທ່ານລັດຖະມົນຕີການຕ່າງປະເທດ ອິນເດຍ Salman Khurshid ໃຫ້ຮູ້ວ່າ: 2 ຝ່າຍໄດ້ປຶກສາຫາລືໂດຍລະອຽດບັນດາ “ເສົາຄ້ຳຍຸດທະສາດຕົ້ນຕໍ່” ກ່ຽວກັບສາຍພົວພັນ ເຊິ່ງລວມມີ: ຄວາມໝັ້ນຄົງ, ເສດຖະກິດ ແລະ ເຕັກໂນໂລຢີ, ບັນດາບັນຫາການເມືອງ ແລະ ຍຸດທະສາດພາກພື້ນ, ພ້ອມກັບບັນດາບັນຫາທົ່ວໂລກບົນຈິດໃຈກົງໄປກົງມາ ແລະ ສັດຊື່ສຸດຈະລິດ. ເມື່ອສິ້ນສຸດຮອບເຈລະຈາຍຸດທະສາດຄັ້ງທີ 4 ນີ້, 2 ຝ່າຍມີຄວາມພາກພຸມໃຈເມື່ອເຫັນວ່າ: ໃນ 2, 3 ປີ ນັບແຕ່ເມື່ອຍົກການພົວພັນຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ, ການເຈລະຈາໄດ້ເປີດກ້ວາງການແລກປ່ຽນຢ່າງຮອບດ້ານ. ຄາດວ່າການຢ້ຽມຢາມທີ່ສຳຄັນຈຳນວນໜຶ່ງ ແລະ ການເຈລະຈາຈະດຳເນີນໃນ 2, 3 ເດືອນຈະມາເຖິງ, ໃນນັ້ນມີເວທີປາໄສເຈລະຈາພະລັງງານຂັ້ນລັດຖະມົນຕີ, ເວທີປາໄສບັນດາຜູ້ອຳນວຍການຝ່າຍບໍລິຫານ. ວັນທີ 25/6, 2 ຝ່າຍຈະພ້ອມກັນດຳເນີນການເຈລະຈາກ່ຽວກັບການສຶກສາປະລິຍາໂທ.