ອິນໂດເນເຊຍກວດກາຄືນບັນດາໂຄງການຍຸດທະສາດແຫ່ງຊາດ

(VOVWORLD) -ວັນທີ 17 ເມສາ, ທ່ານປະທານາທິບໍດີອິນໂດເນເຊຍ Joko Widodo ໄດ້ຮຽກໂຮມກອງປະຊຸມພາຍໃນເພື່ອກວດກາ, ຕີລາຄາຄືນການປະຕິບັດບັນດາໂຄງການຍຸດທະສາດແຫ່ງຊາດໃນໄຕມາດທີ 1 ປີ 2018.

ອິນໂດເນເຊຍກວດກາຄືນບັນດາໂຄງການຍຸດທະສາດແຫ່ງຊາດ - ảnh 1 ທ່ານປະທານາທິບໍດີອິນໂດເນເຊຍ Joko Widodo

(ພາບປະກອບ: Reuters)

ລັດຖະບານອິນໂດເນເຊຍ ໄດ້ຕົກລົງຫຼຸດ 14 ໂຄງການຍຸດທະສາດແຫ່ງຊາດ ດ້ວຍຍອດມູນຄ່າຂຶ້ນເຖິງ 2 ຕື້ USD. ໃນຈຳນວນບັນດາໂຄງການນັ້ນມີໂຄງການເສັ້ນທາງລົດໄຟ Jambi – Palembang; ໂຄງການພັດທະນາເສັ້ນທາງລົດໄຟທາງທິດຕາເວັນອອກ Kalimantan; ລະບົບສະໜອງນ້ຳປະປາຢູ່ເຂດພາກເໜືອ Sumatra, ເຂດເສດຖະກິດພິເສດຢູ່ Merauke…

ຕອບກັບ

ຂ່າວ/ບົດ​ອື່ນ