ອິນໂດເນເຊຍຍົກຍ້າຍພົນລະເມືອງອອກຈາກYemen

ອິນໂດເນເຊຍຍົກຍ້າຍພົນລະເມືອງອອກຈາກYemen - ảnh 1
ກຳ​ລັງ​ປ້ອງ​ກັນ​ອາ​ກາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ ອິນ​ໂດ​ເນ​ເຊຍ ຍົກ​ຍ້າຍ​ພົນ​ລະ​ເມືອງ​ ອິນ​ໂດ​ເນ​ເຊຍ ຢູ່ Yemen
(ພາບ:englishnews.thaipbs.or.th)


(vovworld) – ໃນ​ການ​ປະ​ຊຸມ​ຂ່າວ​ເມື່ອ​ວັນ​ທີ 8/4 ຢູ່ ຈາ​ກາກ​ຕາ, ທ່ານ​​ນາງລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອິນ​ໂດ​ເນ​ເຊຍ Retno Marsudi ຢັ້ງ​ຢືນ​ວ່າ: ຕໍ່​ໜ້າ​ສະ​ພາບ​ການ​ປະ​ທະ​ກັນ​​ພວມປິນ​ຂັ້ນ​ໄດ​​​ຢູ່ Yemen, ອິນ​ໂດ​ເນ​ເຊຍ ໄດ້​ຍູ້​ແຮງ​ບັນ​ດາ​ຄວາມ​ມານ​ະ​ພະ​ຍາ​ຍາມ​ຍົກ​ຍ້າຍ​ພົນ​ລະ​ເມືອງ​ປະ​ເທດ​ຕົນ. ທ່ານນາງ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ Marsudi ໃຫ້​ຮູ້​ວ່າ: ນັບ​ແຕ່​ເມື່ອ​ວິ​ວັດ​ການ​ຍົກ​ຍ້າຍ​ພົນ​ລະ​ເມືອງ​ໄດ້​ຮັບ​ການ​ດຳ​ເນີນ​ໃນ​ເດືອນ 12/2014, ມາ​ຮອດ​ປະ​ຈຸ​ບັນ, ໄດ້​ມີ​ຊາວ​ ອິນ​ໂດ​ເນ​ເຊຍ 792 ຄົນ​ໄດ້​ຍົກ​ຍ້າຍ​ອອກ​ຈາກ Yemen, ໃນ​ນັ້ນ​ມີ 770 ຄົນ​ໄດ້​ກັບ​ເມືອປະ​ເທດ. ຕາມ​ທ່ານ​ນາງ​ Marsudi ແລ້ວ, ປະ​ຈຸ​ບັນ​ຍັງ​ຄົງ​ມີ​ຊາວ ອິນ​ໂດ​ເນ​ເຊຍ ຫຼາຍຄົນ​ພວມ​ຢູ່​ບ່ອນຫຼີກໄພ, ລໍ​ຖ້າ​ໄດ້​ຍົກ​ຍ້າຍ, ໃນ​ນັ້ນ​ມີ 89 ຄົນ​ຢູ່ Aden, 50 ຄົນ​ຢູ່ Sana, 200 ຄົນ​ຢູ່ Al – Mukalla ແລະ 444 ຄົນ​ຢູ່ Tarim. ລັດ​ຖະ​ບານ ອິນ​ໂດ​ເນ​ເຊຍ ສືບ​ຕໍ່​ຮຽກ​ຮ້ອງ ​ບັນ​ດາ​ພົນ​ລະ​ເມືອງ​ປະ​ເທດນີ້​ຢູ່ Yemen ພ້ອມ​ແລ້ວ​ທີ່​ຈະ​ຍົກ​ຍ້າຍ​ຍິ່ງ​ໄວ​ກໍ່​ຍິ່ງ​ດີ​ກ່ອນ​ທີ່​ສະ​ພາບ​ການ​ຮ້າຍ​ແຮງ​ຂຶ້ນ​ຕື່ມ.

 

 


ຂ່າວ/ບົດ​ອື່ນ