ອິນໂດເນເຊຍມານະພະຍາຍາມພັດທະນາພື້ນຖານໂຄງລ່າງເພື່ອເຊື່ອມໂຍງເຂົ້າກັບອາຊຽນ
ອິນໂດເນເຊຍພວມພັດທະນາພື້ນຖານໂຄງລ່າງເພື່ອກຽມພ້ອມເຊື່ອມໂຍງເຂົ້າກັບAEC
(ພາບ: themalaysiainsider.com)
|
(vovworld) – ອິນໂດເນເຊຍ ພວມມານະພະຍາຍາມ ພັດທະນາພື້ນຖານໂຄງລ່າງ, ພິເສດແມ່ນບັນດາເຂດມີຜົນສະທ້ອນຢ່າງໄວ ເມື່ອປະຊາຄົມເສດຖະກິດສະຫະສະມາຄົມແຫ່ງຊາດ ອາຊີຕາເວັນອອກສ່ຽງໃຕ້ (AEC) ສ້າງຕັ້ງຂຶ້ນໃນທ້າຍປີນີ້. ທ່ານ Suhariyanto, ຮອງຫົວໜ້າກົມສະຖິຕິ (BPS) ຮັບຮູ້ຈຸດໝາຍເຕີບໂຕເສດຖະກິດ 5,7% ຂອງລັດຖະບານ ອິນໂດເນເຊຍ ໃນປີນີ້ຈະອີງໃສ່ຫຼາຍຈາກການພັດທະນາພື້ນຖານໂຄງລ່າງ. ດ້ວຍຈຸດໝາຍເພີ່ມຄວາມໄວຂອງການພັດທະນາ, ຄະນະກຳມະການແຜນການພັດທະນາແຫ່ງຊາດ ອິນໂດເນເຊຍ ໄດ້ວາງງົບປະມານລົງທຶນໃຫ້ການພັດທະນາພື້ນຖານໂຄງລ່າງເພີ່ມຂຶ້ນ 2,5 ເທົ່າໃນປີນີ້. ຕາມນັ້ນແລ້ວ, ງົບປະມານປັບປຸງປີ 2015 ຈະຈັດແບ່ງກ່ວາ 290.000 ຕື້ Rupiah (ເທົ່າກັບ 22,5 ຕື້ USD) ໃຫ້ແກ່ວຽກງານພັດທະນາພື້ນຖານໂຄງລ່າງ. ດ້ວຍການກໍ່ສ້າງບັນດາໂຄງການພື້ນຖານໂຄງລ່າງຢູ່ບັນດາເຂດຕ່າງໆ, ອິນໂດເນເຊຍ ຈະກຽມພ້ອມເພື່ອສ້າງເງື່ອນໄຂ ແລະ ຮັບກະແສຟອງຂອງສິນຄ້າ ແລະ ການບໍລິການເມື່ອ AEC ມີຜົນສັກສິດ.