(vovworld) – ຕຳຫຼວດອີຢິບໄດ້ໃສ່ແກັດນ້ຳຕາເພ່ືອຍຸບເລີກການແຫ່ຂະບວນຂອງນັກສຶກສາຢູ່ນະຄອນຫຼວງ ກາຍໂຣ ໃນວັນທີ 28/10, ໃນສະພາບການກະແສຟອງແຫ່ຂະບວນປະທ້ວງສະໜັບສະໜູນທ່ານປະທານາທິບໍດີຜູ້ຖືກໂຄ່ນລົ້ມ Mohamed Morsi ພວມນັບມື້ນັບແຜ່ລາມອອກຢ່າງກ້ວາງຂວາງໃນມະຫາວິທະຍາໄລແຫ່ງຕ່າງໆ. ນັກສຶກສາຂອງມະຫາວິທະຍາໄລ Al – Azhar, ໄດ້ຈັດຕັ້ງການເດີນຂະບວນ, ປິດລ້ອມເສັ້ນທາງຕົ້ນຕໍ່ທີ່ເຊື່ອມຕໍ່ກັບສະໜາມບິນສາກົນ ກາຍໂຣ, ຮຽກຮ້ອງ “ໂຄ່ນລົ້ມອຳນາດການທະຫານ” ແລະ ຮຽກຮ້ອງຟື້ນຟູຕຳແໜ່ງໃຫ້ທ່ານ Morsi. ຫົວໜ້າສຸກເສີນ ອີຢິບ, ທ່ານ Ahmed El – Anassary ໃຫ້ຮູ້ວ່າ: ມີ 3 ຄົນຖືກຮັບບາດເຈັບໃນການແຫ່ຂະບວນປະທ້ວງເມື່ອວັນທີ 28/10 ຢູ່ມະຫາວິທະຍາໄລ Al – Azhar ນະຄອນຫຼວງ ກາຍໂຣ ແລະ ມະຫາວິທະຍາໄລ Sharia ຢູ່ທາງທິດເໜືອຂອງ Daqahlia. ໃນຖະແຫຼງການໜຶ່ງ, ສະມາຄົມນັກສຶກສາ ມະຫາວິທະຍາໄລ Al – Azhar ຢືນຢັນວ່າ: ຈະສືບຕໍ່ຈັດຕັ້ງການແຫ່ຂະບວນປະທ້ວງຄັດຄ້ານຄັ້ງຕ່າງໆອີກ.