ອີຢິບແລະ ຝລັ່ງ ຊ້ອມຮົບຮ່ວມຢູ່ທະເລແດງ

(VOVWORLD) -ວັນທີ 20 ກຸມພາ, ບັນດາກຳລັງທະຫານເຮືອຝລັ່ງ ແລະ ອີຢິບ ໄດ້ດຳເນີນການຊ້ອມຮົບຮ່ວມຢູ່ທະເລແດງ.

ອີຢິບແລະ ຝລັ່ງ ຊ້ອມຮົບຮ່ວມຢູ່ທະເລແດງ - ảnh 1 ອີຢິບແລະ ຝລັ່ງ ຊ້ອມຮົບຮ່ວມຢູ່ທະເລແດງ

(ພາບປະກອບ: Ahram Online)

ການຊ້ອມຮົບຮ່ວມມີຊື່ວ່າ “Cleopatra 2018” ໄດ້ຊ້ອມຮົບແບບສັນນິຖານດ້ວຍຮູບຈຳລອງຮັບປະກັນ ແລະ ເພີ່ມທະວີການປ້ອງກັນຄວາມສະຫງົບຢູ່ທະເລແດງ ແລະ ທະເລເມດີເຕຣານຽນ. ແຈ້ງການຂອງບັນດາກຳລັງປະກອບອາວຸດອີຢິບ ໃຫ້ຮູ້ວ່າ, ນີ້ແມ່ນການຊ້ອນຮົບນອນໃນຂອບເຂດການຊ້ອມຮົບຮ່ວມປະຈຳປີຂອງກອງທັບອີຢິບ.

        ໃນຊຸມປີມໍ່ໆມານີ້, ອີຢິບ ແລະ ຝລັ່ງ ໄດ້ເພີ່ມທະວີການຮ່ວມມືໃນຂົງເຂດການທະຫານ. ໃນເດືອນ ຕຸລາ 2015, 2 ປະເທດໄດ້ລົງນາມໃນສັນຍາທີ່ມີມູນຄ່າ 1 ຕື້ USD, ຕາມນັ້ນແລ້ວ, ຝລັ່ງ ຈະສະໜອງກ່ຳປັ່ນສູ້ຮົບ 2 ລຳລຸ້ນ Mistral ໃຫ້ອີຢິບ, ນອກນັ້ນ ບັນດາກຳລັງປະກອບອາວຸດຂອງອີຢິບ ກໍ່ໄດ້ຮັບເຮືອບິນສູ້ຮົບ Rafale 2 ລຳຂອງຝລັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ