ອີຢິບ ຍົກເລີກກົດໝາຍສະວະການສຸກເສີນທີ່ແກ່ຍາວຫຼາຍທົດສະວັດ
ອີຢິບ ຍົກເລີກກົດໝາຍສະວະການສຸກເສີນທີ່ແກ່ຍາວຫຼາຍທົດສະວັດ
(ພາບ: Reuters)
(vovworld) - ວັນທີ 31/5, ກອງທັບກຳອຳນາດຢູ່ ອີຢິບ ໄດ້ອອກຖະແຫຼງການໂດຍໃຫ້ຮູ້ວ່າ: ກົດໝາຍສະວະການສຸກເສີນທີ່ແກ່ຍາວ ຫຼາຍທົດສະວັດຢູ່ປະເທດນີ້ ໄດ້ຢຸດຕິ ພາຍຫຼັງການຕໍ່ເວລາສຸດທ້າຍໝົດຜົນສັກສິດ. ຖະແຫຼງການ ຊີ້ແຈງວ່າ: ກອງທັບຈະສືບຕໍ່ຮັບຜິດຊອບໜ້າທີ່ອັນໜັກໜ່ວງຂອງຊາດ ແລະ ປະຫວັດສາດ, ລວມທັງເລື່ອງກົດໝາຍສະວະສຸກເສີນໝົດຜົນສັກສິດ, ໂດຍອີງຕາມລັດຖະທຳມະນູນ ແລະ ກົດໝາຍ. ກອງທັບ ອີຢິບ ກໍຖະແຫຼງວ່າຈະສືບຕໍ່ພາລະກຳຂອງຕົນຈົນຮອດເວລາມອບໂອນສິດອຳນາດໃຫ້ແກ່ປະທານາທິບໍດີຄົນໃໝ່ທີ່ໄດ້ຮັບການເລືອກຕັ້ງໃນທ້າຍເດືອນ 6 ຕາມຄຳໝັ້ນສັນຍາ.