ອີຢິບ ເປີດປະຕູ ດ່າຍຊາຍແດນ Rafah ເຊື່ອມຕໍ່ກັບອິດສຣາແອນ ຄືນໃໝ່
(ພາບປະກອບ)
(vovworld) – ອຳນາດການປົກຄອງອີຢິບ ຫາກໍ່ແຈ້ງຈະເປີດປະຕູດ່ານຊາຍແດນ Rafah ເຊື່ອມຕໍ່ກັບເຂດກາຊາ ຂອງປາແລດສຕິນ ຄືນໃໝ່, ໃນວັນທີ 08 – 09/03. ນີ້ແມ່ນຄັ້ງທີ 4 ດ່ານຊາຍແດນດັ່ງກ່າວໄດ້ຮັບການເປີດປະຕູຄືນໃໝ່, ພາຍຫຼັງຖືກອັດປະຕູຍ້ອນເຫດວາງລະເບີດສະຫຼະຊີບເມື່ອເດືອນ 10/2014 ຢູ່ແຫຼມ Sinai ເຮັດໃຫ້ 30 ຄົນເສຍຊີວິດ.ອຳນາດການປົກຄອງອີຢິບ ຖະແຫຼງວ່າ ຈະເປີດດ່ານທັງ 2 ເບື້ອງເພື່ອສ້າງເງື່ອນໄຂໃຫ້ບັນດາຜູ້ຖືກຕິດຂ້າງຢູ່ເຂດດ່ານຊາຍແດນ ແລະ ບັນດາກໍລະນີມະນຸດສະທຳ.
ຕາມບົດລາຍງານຂອງຫ້ອງການປະສານງານກ່ຽວກັບບັນດາບັນຫາມະນຸດສະທຳຂອງສະຫະປະຊາຊາດ, ໃນທ້າຍເດືອນ 02 ແລະ ຕົ້ນເດືອນ 03/2015, ຄາດວ່າມີຊາວປາແລດສຕິນ 30.000 ຄົນພວມລໍຖ້າເພື່ອໄດ້ເຂົ້າເມືອງອີຢິບ.