(VOVWORLD) -ເກີດເຫດລະເບີດຢູ່ໂບດອິດສະລາມ ຢູ່ ທາງພາກຕາເວັນອອກ Baghdad
ເຫດລະເບີດແຕກຢູ່ໂບດອິດສະລາມ ເຮັດໃຫ້ມີຄົນເສຍຊີວິດຢ່າງໜ້ອຍ 7 ຄົນ ແລະ ຜູ້ຮັບບາດເຈັບ 20 ຄົນ (ພາບ: Alahednews) |
ມີເຫດລະເບີດແຕກຢູ່ໂບດອິດສະລາມ ນິກາຍ Shitie ຢູ່ທາງພາກຕາເວັນອອກຂອງນະຄອນຫຼວງ Baghdad ໃນວັນທີ 21 ມິຖຸນາ ເຮັດໃຫ້ມີຄົນເສຍຊີວິດຢ່າງໜ້ອຍ 7 ຄົນ ແລະ ຜູ້ຮັບບາດເຈັບ 20 ຄົນ. ມີແຫຼ່ງຂ່າວໜຶ່ງຈາກຕໍາຫຼວດ ໃຫ້ຮູ້ວ່າ ຕົວການໄດ້ນໍາໃຊ້ ລວດລະເບີດ ຫຼື ອຸປະກອນລະເບີດທີ່ໄດ້ດັດແປງໃໝ່. ປັດຈຸບັນ, ຍັງບໍ່ທັນມີອົງການໃດກ່າວຮັບຜິດຊອບເຫດການດັ່ງກ່າວເທື່ອ.