ອີຣານຊອກຫາວິທີຂາຍນໍ້າມັນ ໂດຍບໍ່ຫົວຊາຕໍ່ຄໍາສັ່ງລົງໂທດຂອງ ອາເມລິກາ

(VOVWORLD) - ເຕເຮຣານ ມີແຜນການຂາຍນໍ້າມັນດິບ ຈໍານວນ 3 ລ້ານຖັງ ໃຫ້ແກ່ບັນດາບໍລິສັດເອກະຊົນ ໃນຄັ້ງທີ 3 ເພື່ອແນໃສ່ຫຼີກລ້ຽງບັນດາມາດຕະການລົງໂທດຂອງ ອາເມລິກາ. 
ອີຣານຊອກຫາວິທີຂາຍນໍ້າມັນ ໂດຍບໍ່ຫົວຊາຕໍ່ຄໍາສັ່ງລົງໂທດຂອງ ອາເມລິກາ - ảnh 1ຮາກຖານຂຸດຄົ້ນນໍ້າມັນຢູ່ເກາະ Khark,ອີຣານ (ພາບ: AFP/TTXVN)

ວັນທີ 26 ທັນວາ, ສື່ມວນຊົນ ອີຣານ ໄດ້ຄັດສະເໜີຄໍາຖະແຫຼງຂອງລັດຖະມົນຕີກະຊວງນໍ້າມັນບໍ່ ອີຣານ Bijan Zangeneh ໂດຍໃຫ້ຮູ້ວ່າ, ເຕເຮຣານ ມີແຜນການຂາຍນໍ້າມັນດິບ ຈໍານວນ 3 ລ້ານຖັງ ໃຫ້ແກ່ບັນດາບໍລິສັດເອກະຊົນ ໃນຄັ້ງທີ 3 ເພື່ອແນໃສ່ຫຼີກລ້ຽງບັນດາມາດຕະການລົງໂທດຂອງ ອາເມລິກາ. ທ່ານ Zangeneh ໃຫ້ຮູ້ວ່າ ໃບອະນຸຍາດທີ່ຈໍາເປັນ ໃຫ້ແກ່ການເຄື່ອນໄຫວດັ່ງກ່າວ ແມ່ນມີແລ້ວ ແລະ ນໍ້າມັນ 3 ລ້ານຖັງນັ້ນ ຈະໄດ້ຂາຍຢູ່ຕະຫຼາດຫຼັກຊັບພະລັງງານຂອງ ອີຣານ 100% ດ້ວຍສະກຸນເງິນ Rial ຂອງ ອີຣານ. ເຖິງຢ່າງໃດກໍຕາມ, ເລື່ອງຊໍາລະດ້ວຍສະກູນເງິນຕ່າງປະເທດ ກໍອາດຈະຖືກຍອມຮັບ ສໍາລັບບຸກຄົນທີ່ຕ້ອງການຊື້ນໍ້າມັນ ແຕ່ບໍ່ນໍາໃຊ້ສະກຸນເງິນພາຍໃນຂອງອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ