ຕາມທ່ານບານກີມູນ, ເລຂາທິການໃຫ່ຍສະຫະປະຊາຊາດແລ້ວ, ມາຮອດປະຈຸບັນ, ອີຣານຍັງບໍ່ທັນພິສູດໄດ້ວ່າ ໂຄງການນີວເຄຼຍຂອງປະເທດນີ້ ແມ່ນເພື່ອບັນດາຈຸດໝາຍສັນຕິພາບ. ກ່າວຄຳເຫັນທີ່ກອງປະຊຸມປະຈຳປີ ເວທີປາໄສເສດຖະກິດໂລກ ພວມດຳເນີນໄປຢູ່ ດາໂວສ ປະເທດສະວິດ, ທ່ານບານກີມູນເວົ້າວ່າ ການຕີລາຄາລ້າສຸດຂອງອົງການພະລັງງານປະລະມານູສາກົນໃຫ້ເຫັນວ່າ ໂຄງການນີວເຄຼຍຂອງອີຣານ ອາດຈະມີລັກສະນະການທະຫານ. ທ່ານບານກີມູນຮຽກຮ້ອງໃຫ້ດຳເນີນການເຈລະຈາໂດຍສັນຕິ ເພື່ອແກ້ໄຂຄວາມບໍ່ລົງລອຍກັນໃນໂຄງການພະລັງງານນີວເຄຼຍ ທີ່ພວມກໍ່ຄວາມໂຕ້ຖຽນງກັນຢູ່ປະເທດສາທາລະນະລັດອິດຊະລາມນີ້.