ອີ​ຣ​າ​ນ​ພ້ອມ​ແລ້ວ​ທີ່​ຈະ​ແລກ​ປ່ຽນນັກ​ໂທດກັບ​ອາ​ເມ​ລິ​ກາ

(VOVWORLD) -ວັນທີ 10 ພຶດສະພາ, ສຳນັກຂ່າວສານ IRNA (ອີຣານ)ໄດ້ຄັດສະເໜີຄຳເວົ້າຂອງທ່ານ Ali Rabiee ໂຄສົກລັດຖະບານປະເທດນີ້ທີ່ວ່າ ເຕເຣຣານພ້ອມແລ້ວທີ່ຈະປະຕິບັດຂໍ້ຕົກລົງແລກປ່ຽນນັກໂທດຢ່າງຄົບຖ້ວນກັບ ວໍຊິງຕັນເຊິ່ງບໍ່ຕ້ອງການເງື່ອນໄຂຕັດສິນຊີ້ຂາດ
ອີ​ຣ​າ​ນ​ພ້ອມ​ແລ້ວ​ທີ່​ຈະ​ແລກ​ປ່ຽນນັກ​ໂທດກັບ​ອາ​ເມ​ລິ​ກາ - ảnh 1ທ່ານ Ali Rabiee ໂຄສົກລັດຖະບານປະເທດອີຣານ (ພາບ: TTXVN) 

ແຕ່ວ່າອຳນາດການປົກຄອງ ອາເມລິກາຍັງບໍ່ທັນຕອບກັບຕໍ່ຄຳຮຽກຮ້ອງຂອງອີຣານ. ເຈົ້າໜ້າທີ່ທ່ານນີ້ເນັ້ນໜັກວ່າ ບໍ່ຕ້ອງການປະເທດທີ່ 3 ເປັນກາງລະຫວ່າງ ອີຣານ ແລະ ອາເມລິກາໃນການແລກປ່ຽນນັກໂທດດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ