ໄປຄຽງຄູ່ກັບການຂົນຂວາຍທາງການທູດຂອງປະທານາທິບໍດີ ອີຣານ Mahmoud Ahmadinejad ຢູ່ ອາເມລິກາລາຕິນ, ອີຣານຍັງຄົງສືບຕໍ່ມີບັນດາການໂຕ້ຕອບຢ່າງແຂງແຮງ ຕໍ່ຄຳນາບຂູ່ລົງໂທດຂອງອາເມລິກາ ແລະ ຝ່າຍຕາເວັນຕົກ. ໃນການກະທຳຫຼ້າສຸດ, ວັນທີ 9/1, ປະເທດ ສ. ອິດສະລາມນີ້ໄດ້ເລີ່ມຕົ້ນການ ເສີມທາດ Urani ລະດັບ 20%. ກໍ່ໃນວັນດຽວກັນ, ອີຮານກໍ່ປະກາດກ່ຽວກັບການເຄື່ອນໄຫວເສີມທາດ Urani ນີ້. ນີ້ແມ່ນແຜນການໂດຍ ອີຣານໄດ້ວາງອອກແຕ່ຊຸມເດືອນກ່ອນ ແຕ່ຖືກປະຕິບັດໃນຈຸດເວລາເກີດຄວາມເຄັ່ງຕຶງກັບຝ່າຍຕາເວັນຕົກເຮັດໃຫ້ປະເທດນີ້ຍາກທີ່ຈະຫຼີກລ້ຽງບັນດາຄຳສັ່ງລົງໂທດໃໝ່.
ໂຄສົກກະຊວງການຕ່າງປະເທດ ອາເມລິກາ ທ່ານນາງ Victoria Nuland ຖືວ່າ: ເລື່ອງ ອີຣານເສີມທາດ Urani ລະດັບ 20%ແມ່ນຜິດກັບບັນດາຄຳໝັ້ນສັນຍາສາກົນກ່ຽວກັບນິວເຄຼຍເຊິ່ງປະເທດນີ້ມີສ່ວນກ່ຽວຂ້ອງ.
ໃນຂະນະນັ້ນ, ທ່ານລັດຖະມົນຕີການຕ່າງປະເທດ ອັງກິດ William Hague ຖືວ່າ: ການກະທຳຂອງ ອີຣານແມ່ນໄປຝືນກັບບັນດາຄຳປະກາດກ່ອນນັ້ນທີ່ວ່າ: ໂຄງການນິວເຄຼຍພຽງແຕ່ຮັບໃຊ້ຈຸດປະສົງພົນລະເຮືອນ. ສ່ວນກະຊວງການຕ່າງປະເທດ ຝຣັ່ງຖືວ່າ: ການເຄື່ອນໄຫວຂອງ ອີຣານ ແມ່ນ ”ການກະທຳເກາະຜິດ” ແລະ ປະກາດວ່າ: ຝຣັ່ງ ແລະ ບັນດາຄູ່ຮ່ວມມືເອີລົບບໍ່ມີການເລືອກເຟັ້ນໃດນອກເໜືອຈັດວາງຄຳສັ່ງລົງໂທດສາກົນຕໍປະເທດ ສ. ອິດສະລາມນີ້.