(vovworld) - ອີຣານໄດ້ເພີ່ມຈັກພົ້ນສູນ 3 ພັນເຄື່ອງໃຫ້ແກ່ຄວາມມານະພະຍາຍາມເສີມທາດ uranium, ພ້ອມກັນນັ້ນກໍ່ຖະແຫຼງເປີດສະຫຼອງ 3 ໂຄງການນິວເຄຼຍໃໝ່. ວັນທີ 15/2, ໃນບົດກ່າວປາໄສທາງຊ່ອງໂທລະພາບ IRIB, ທ່ານປະທານາທິບໍດີ ອີຣານ Mahmoud Ahmadinejad ຢືນຢັນວ່າ: ຈັກພົ້ນສູນ 3 ພັນເຄື່ອງໄດ້ຮັບການເພີ່ມເຕີ່ມ, ອັນໄດ້ຍົກຍອດຈຳນວນຈັກພົ້ນສູນຂຶ້ນເຖິງ 9 ພັນເຄື່ອງ. ກ່ອນໜ້ານັ້ນ, ທ່ານ Ahmadinejad ໄດ້ເປັນສັກຂີພິຍານການຕິດຕັ້ງບັນດາຫຼອດນິວເຄຼຍໄດ້ຮັບການເສີມເປັນຄັ້ງທຳອິດພາຍໃນປະເທດຂອງ ອີຣານເຂົ້າໃສ່ເຕົ່ານິວເຄຼຍສາທາລະນະສຸກຢູ່ Teheran.