ອະດີດນາຍົກລັດຖະມົນຕີໄທໄດ້ຮັບການແຕ່ງຕັ້ງເປັນຜູ້ຮັກສາການປະທານສະພາກົດລັບ
ທ່ານ ທະນິນ ກໄຣວິຈຽນ, ອະດີດນາຍົກລັດຖະມົນຕີໄທ,
(ພາບ: channelnewsasia)
|
(vovworld) – ທ່ານຮອງນາຍົກລັດຖະມົນຕີໄທ ວິດຊະນູ ເຄື່ອງງາມ ໃນວັນທີ 19/10 ໃຫ້ຮູ້ວ່າ: ອະດີດນາຍົກລັດຖະມົນຕີຂອງປະເທດນີ້, ທ່ານ ທະນິນ ກໄຣວິຈຽນ ໄດ້ຮັບການແຕ່ງຕັ້ງເປັນຜູ້ຮັກສາການປະທານສະພາກົດລັບ. ທ່ານ ທະນິນ ກໄຣວິຈຽນ, ແມ່ນໜຶ່ງໃນຈຳນວນກຳມະການ 18 ທ່ານຂອງສະພາກົດລັບ, ໄດ້ຮັບການແຕ່ງຕັ້ງເປັນຜູ້ນຳອົງການນີ້ຍ້ອນທ່ານ ປແຣມ ຕິນສຸນານົນ, ເຊິ່ງແມ່ນປະທານໃນປະຈຸບັນຈະຂຶ້ນຄອງລາດໃນໄລຍະລໍຖ້າ ອົງມົງກຸດ ໂອຣະຊາດທິດຣາດ ຂຶ້ນຄອງລາຊະສົມບັດພາຍຫຼັງພະບາດສົມເດັດພະເຈົ້າມະຫາຊີວິດໄທ ພູມີພົນ ອະດູນຢາເດດ ໄດ້ສະຫວັນນະຄົດໃນວັນທີ 13/10 ຜ່ານມາ. ຕາມລັດຖະທຳມະນູນໄທແລ້ວ, ເມື່ອ ພະບາດສົມເດັດພະເຈົ້າມະຫາຊີວິດສະຫວັນນະຄົດ ແລະ ບໍ່ທັນມີ ພະບາດສົມເດັດພະເຈົ້າມະຫາຊີວິດຄົນໃໝ່, ບົດບາດຂຶ້ນຄອງລາດຈະໂດຍປະທານສະພາກົດລັບຮັບຜິດຊອບ.