ອະດີດ​ປະທານາທິບໍດີ​ອີ​ຢິບ ໄດ້​ຖືກ​ສະ​ເໜີຕັດສິນ​ ລົງ​ໂທດ​ປະຫານ​ຊີວິດ

ອະດີດ​ປະທານາທິບໍດີ​ອີ​ຢິບ Hosni Mubarak ​ໄດ້​ຖືກ​ສະ​ເໜີຕັດສິນ​ລົງ​ໂທດ​ປະຫານ​ຊີວິດ ດ້ວຍ​ການ​ກ່າວ​ຫາ​ທີ່ ​ໄດ້​ອອກ​ຄຳ​ສັ່ງເຂັ່ນຂ້າ ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ລະບອບ. ທີ່ ວາລະ​ປະຊຸມ​ສານ​ຂອງ​ສານ​ອາຍາ ກາຍ​ໂຣ, ວັນ​ທີ 5/1, ຫົວໜ້າ​​ໄອ​ຍະ​ການ​ອີ​ຢິບ, ທ່ານ Mustafa Suleiman ຖື​ວ່າ: ທ່ານ​ອະດີ​ດປະທາ​ນາ​ທິບໍດີ Mubarak ຕ້ອງ​ຮັບຜິດຊອບ​ກ່ຽວ​ກັບ​ການ​ເຂັ່ນຂ້າບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ທີ່​ເຂົ້າຮ່ວມ​ການ​ແຫ່​ຂະ​ບວນປະ​ທ້ວງ​ຕ່າງໆ ​ເພື່ອໂຄ່ນ​ລົ້ມ​ລະບອບ​ໃນ​ຕົ້ນ​ປີ 2011. ທ່ານ Suleiman, ກໍ່​ກ່າວ​ຫາ ທ່ານ Mubarak ວ່າ​​ພາຍຫຼັງ​ໄດ້​ຮັບ​ຂ່າວ​ກ່ຽວ​ກັບ​ການ​​ເຂັ່ນຂ້າ​ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ແຕ່ທ່ານ​ບໍ່​ມີ​ການ​ກະທຳ​ໃດໆເພື່ອ​ສະກັດ​ກັ້ນ​ບັນ​ດາ​ການ​ເຂັ່ນຂ້າ​ດັ່ງກ່າວ. ອະດີດ​ລັດຖະມົນຕີ​ກະຊວງ​ພາຍ​ໃນ, ທ່ານ Habib el Adli ​ແລະ ​ເຈົ້າ​ໜ້າ​ທີ່ປ້ອງ​ກັນ​ຄວາມ​ສະຫງົບ​ຂັ້ນ​ສູງອື່ນ ​ເຊິ່ງ​ແມ່ນ​ບັນດາ​ຜູ້​ຖືກ​ພິພາກສາ​ໃນ​ວາລະ​ປະຊຸມ​ສານ​ນີ້, ກໍ່​ຖືກຕັດສິນ​ລົງ​ໂທດ​ໃນ​ລະດັບດຽວ​ກັບ​ທ່ານ Mubarak. ຄາ​ດວ່າ, ວາລະ​ປະຊຸມ​ສານ​ຕໍ່​ໄປ​ຈະ​​ດຳ​ເນີນ​​ໃນ​ວັນ​ທີ 9 ​ແລະ 10/1 ຈະ​ມາ​ເຖິງ.

 

ຂ່າວ/ບົດ​ອື່ນ