ອະດີດລັດຖະມົນຕີປະສານງານດ້ານນະໂຍບາຍສ.ເກົາຫຼີ ຢ້ຽມຢາມຫວຽດນາມ

ອະດີດລັດຖະມົນຕີປະສານງານດ້ານນະໂຍບາຍສ.ເກົາຫຼີ ຢ້ຽມຢາມຫວຽດນາມ - ảnh 1
ທ່ານ​ຮອງ​ນາຍົກລັຖະມົນຕີ ຫງວຽນ​ຊວນ​ຟຸກ
ຕ້ອນຮັບ​ທ່ານ Yoon Dae Hee, ອະດີດ​ລັດຖະມົນຕີ​ປະສານ​ງານ
​ດ້ານ​ນະ​ໂຍບາຍ​ຫ້ອງ​ວ່າການລັດຖະບານ​ສ.​ເກົາຫຼີ
(ພາບ: chinhphu.vn)


(vovworld) -     ຕອນ​ບ່າຍ​ວັນ​ທີ 14/03, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Yoon Dae Hee, ອະດີດ​ລັດຖະມົນຕີ​ປະສານ​ງານ​ດ້ານ​ນະ​ໂຍບາຍ​ຫ້ອງ​ວ່າການລັດຖະບານ​ສ.​ເກົາຫຼີ ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ຮອງ​ນາຍົກລັຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ຕີລາຄາ​ສູງ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ສ.​ເກົາຫຼີ ​ພວມ​ໄດ້​ຮັບ​ການພັດທະນາ​ຢ່າງ​ແຮງ​ໃນ​ທຸກ​ຂົງ​ເຂດ ​ແລະ ​ໄດ້​ນຳ​ມາ​ເຊິ່ງປະສິດທິ​ຜົນ​ຢ່າງ​​ແທດ​ຈິ່ງ​ໃຫ້​ແກ່​ການ​ພັດທະນາ​ລວມຂອງ​ປະຊາຊົນ 2 ປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​​ເສດຖະກິດ, ການ​ລົງທຶນ, ການ​ຄ້າ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ປາດ​ຖະໜາ​ວ່າ, ປີ 2013 ສອງ​ປະ​ເທດ​ຈະ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ກວ່າ​ອີກ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ການ​ຄ້າ, ​ເມື່ອ​ບັນດາ​ວິ​ສາ​ຫະກິດສ.​ເກົາຫຼີ​ສື​ບຕໍ່​ລົງທຶນ​ເຂົ້າ​ບັນດາ​ໂຄງການ​ທີ່​ມີ​ຂອບ​ຂະໜາດ​ໃຫຍ່​ຢູ່​ຫວຽດນາມ. ທ່ານ Yoon Dae Hee, ອະດີດ​ລັດຖະມົນຕີ​ປະສານ​ງານ​ດ້ານ​ນະ​ໂຍບາຍ​ຫ້ອງ​ວ່າການ​ລັດຖະບານ​ສ.​ເກົາຫຼີ ພວມ​ປຶກສາ​ດ້ານ​ກົ​ດໝາຍ, ​ແນະນຳ​ບັນດາ​ນະ​ໂຍບາຍ​ດ້ານ​ກົດໝາຍ​ໃຫ້​ແກ່​ວິ​ສາ​ຫະກິດ​​ໃຫຍ່ຫຼາຍ​ແຫ່ງຂອງ​ສ.​ເກົາຫຼີ ທີ່​ພວມ​ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ ຢ່າງ​ມີ​ປະສິດທິ​ຜົນ. ທ່ານ Yoon Dae Hee ​ເນັ້ນ​ໜັກ​ວ່າ ຈະ​ສື​ບຕໍ່​ມານະ​ພະຍາຍາມ​ປະກອບສ່ວນ​​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ສ.​ເກົາຫຼີ ​ໃຫ້​ນັບ​ມື້​ນັບ​ພັດທະນາ​ອັນ​ດີງາມ.

ຂ່າວ/ບົດ​ອື່ນ