ອະນຸລັກຮັກສາ ວັດທະນະທຳ ຊົນເຜົ່າສ່ວນໜ້ອຍ

ວັນ​ທີ 24/11 ຢູ່​ແຂວງ ດັກ​ນົ່ງ,​ ເຂດ​ໄຕ​ງວຽນ, ກະຊວງ​ວັ​ດທະນະ​ທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ​ໄດ້ຈັດ​ຕັ້ງ ​ກອງ​ປະຊຸມ ​ຜັນ​ຂະຫຍາຍ​ການ​ປະຕິບັດ​ແຜນ​ຮ່າງ “ອະນຸລັກ​ຮັກ​ສາ​, ພັດທະນາ​ວັດທະນະທຳ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ ຫວຽດນາມ​ຮອດ​ປີ 2020”. ທ່ານ ​ຮູ​ວຫວິ​ງອ໋າຍ, ຮອງ​ລັດຖະມົນ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມໃຫ້​ຮູ້​ວ່າ:ຢາກ​ປະຕິບັດແຜນ​ຮ່າງ​ນີ້​​ໃຫ້​ໄດ້້ຮັບ​ຜົນ​ດີ​​ນັ້ນ​ເຈົ້າ​ຂອງ ວັດທະນະທຳ, ​ເຊິ່ງ​ແມ່ນ​ ​ປຊຊ ​ເຮົາ​ຢູ່​ຮາກ​ຖານ​ເປັນ​ຜູ້ປະຕິບັດ​ຕົ້ນ​ຕໍ່, ທີ່ 2 ​ແມ່ນ​ຄວາມ​ຮັບຜິດຊອບ​ຂອງ​ອົງການ​ຄຸ້ມ​ຄອງ​ເຊິ່ງລວມມີ: ທ້ອງ​ຖິ່ນ ​ແລະ ສູນ​ກາງ. ພວກ​ຂ້າພະ​ເຈົ້າ​ເຫັນ​​ວ່າ: ບໍ່​ແມ່ນ​ໃນ​ວັນ​ໜຶ່ງ​ວັນ​ດຽວພວກ​ເຮົາ​ຈະສາມາດ​ເຮັດ​ໄດ້, ຕ້ອງ​ມີ​ການ​ຂົນຂວາຍ​ພໍ່​ແມ່ ປຊຊ​ໃຫ້​​ເຄົາລົບ ຮັກສາ​ສີສັນ​ວັດທະນະທຳ​ຂອງ​​ເຜົ່າ​ຕົນ. ​ແຜນ​ຮ່າງ​ນີ້ ​ແມ່ນ​ການ​ລວບ​ລວມ​ບັນດາ​ແຫຼ່ງກຳລັງ ​ແລະ ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ: ​ແຜນ​ຮ່າງ​ນີ້ຈະ​ບັນລຸຜົນສຳ​ເລັດ ​ຍ້ອນ​ວ່າ ​ມັນ​ຕິດ​ແທດ​ກັບ ພໍ່​ແມ່ປຊຊ.

ຕອບກັບ

ຂ່າວ/ບົດ​ອື່ນ