ອາຊຽນສົ່ງເສີມການສ້າງແຜນການປະຕິບັດຂໍ້ລິເລີ່ມຮ່ວມສຳພັນໄລຍະຫຼັງປີ2015

ອາຊຽນສົ່ງເສີມການສ້າງແຜນການປະຕິບັດຂໍ້ລິເລີ່ມຮ່ວມສຳພັນໄລຍະຫຼັງປີ2015 - ảnh 1
(ພາບ​ປະ​ກອບ: ictnews)

(vovworld) - ກອງ​ປະ​ຊຸມ​ສຳ​ມະ​ນາ​ພາກ​ພື້ນ​ຄັ້ງ​ທີ 2 ກ່ຽວ​ກັບ​​ການ​ສ້າງແຜນ​ການ​ປະ​ຕິ​ບັດ​ ​ຂ​ໍ້​ລິ​ເລີ່ມ​​ຮ່ວມ​ສຳ​ພັນອາ​ຊຽນ​ໄລ​ຍະ​ຫຼັງ​ປີ 2015 (IAI Work Plan III) ຖືກ​ດຳ​ເນີນ​ໃນ​ວັນ​ທີ 30/03, ຢູ່​ນະ​ຄອນ​ຫຼວງ ຈ​າ​ກາ​ຕາ, ປະ​ເທດ​ອິນ​ໂດ​ເນ​ເຊຍ. ກອງ​ປະ​ຊຸມ​ສຳ​ມະ​ນາ​ແມ່ນ​ບາດ​ກ້າວ​ສຳ​ຄັນ​ເພື່ອ​ແນ​ໃສ່​ກະ​ກຽ​ມ​ບັນ​ດາ​ພື້ນ​ຖານ​ໃຫ້​ແກ່​ການ​ຮຽ​ບ​ຮຽ​ງ​ບັນ​ດາ​ເນື້ອ​ໃນ​ພື້ນ​ຖານ​ຂອງ IAI Work Plan; ພ້ອມ​ທັງ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ຝ່າຍ​ກ່ຽວ​ຂ້ອງ​ພ້ອ​ມ​ກັນ​ແລກ​ປ່ຽນ, ປຶກ​ສາ​ຫາ​ລື ແລະ ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ບັນ​ດາ​ຂົງ​ເຂດ​ໃຫ້​ບຸ​ລິ​ມະ​ສິດ, ບັນ​ດາ​ວິ​ທີ​ການ​ປະ​ຕິ​ບັດ​ກໍ​ຄື​ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ວິ​ວັດ​ການ​ຜັນ​ຂະ​ຫຍາຍ ແລະ ສະ​ເ​ໜີ​ມາດ​ຕະ​ການ​ແກ້​ໄຂ, ກົນ​ໄກ​ສົມ​ທົບ​ກັນ​ທີ່​ຈຳ​ເປັນ​ເພື່​ອ​ຮັບ​ປະ​ກັນ​ໃຫ້​ແຜນ​ການ​ບັນ​ລຸ​ຜົນ​ສຳ​ເລັດ. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ຜູ້​ແທ​ນ​ໄດ້​ເຫັນ​ດີ​ນຳ​ກັນ​ວ່າ IAI Work Plan ​ຄວນຮັບ​ປະ​ກັນ​ບັນ​ດາ​ປັດ​ໃຈ​​ຄື: ມີ​ລັກ​ສະ​ນະ​ເປັນ​ໄປ​ໄດ້​ສູງ, ຫຼີກ​ລ້ຽງການ​ກະ​ແຈກ​ກະ​ຈາຍ, ​ການ​ຊ​້ອນ​ກັນ​ສຳ​ລັບ​ບັນ​ດາ​ແຜນ​ການ​ປະ​ຕິ​ບັດ​ງານ​ທີ່​ໄດ້ ແລະ ພວມ​ໄດ້​ຮັບ​ການກໍ່​ສ້າງ​ໃນ​ປະ​ຊາ​ຄົມ​ອາ​ຊຽນ, ໜູນ​ຊ່ວຍ​ໃຫ້​ບັນ​ດາ​ເສົ້າ​ຄ້ຳ​ໃນ​ປະ​ຊາ​ຄົ​ມ…​ເປັນ​ຢ່າງ​ດີ. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ປະ​ກອບ​ຄຳ​ເຫັນ ແລະ ຢືນ​ຢັນວ່າ ​ບັນ​ດາ​ຮ່າງ​ມະ​ຕິ​ຂອງ IAI Work Plan ເຊິ່ງ​ຝ່າຍ​ຫວຽດ​ນາມ ໄດ້​ດຳ​ເນີນ​ງານ​ຖືກ​​ຕ້ອງຕາມ​​ລະ​ດັບ​ຄວາມ​ຄືບ​ໜ້າ, ຕັ້ງ​ໜ້າ ແລະ ໄດ້​ຮັບ​ຮູ້​ຢູ່​ທຸກ​ຂົງ​ເຂດເຊິ່ງ​ລວມ​ມີ: ນະ​ໂຍ​ບາຍ​ເສດ​ຖະ​ກິດ, ການ​ເງິນ, ການ​ຄ້າ, ການ​ສຶກ​ສາ ແລະ ແຫຼ່ງ​ຄົນ​ງານ, ສາ​ທາ​ສະ​ລະ​ສຸກ ແລະ ສຸ​ຂະ​ພາບ.

ຂ່າວ/ບົດ​ອື່ນ