ອາຊຽນ ຊົມເຊີຍ ອີຢູ ລົບລ້າງຄຳສັ່ງລົງໂທດ ມ້ຽນມາ

ອາຊຽນ ຊົມເຊີຍ ອີຢູ ລົບລ້າງຄຳສັ່ງລົງໂທດ ມ້ຽນມາ - ảnh 1
ປະເທດມ້ຽນມາ
(ພາບ:dulichanz.comt)

( vovworld ) –ໃນ​ແຈ້ງ​ການ​ໜັງສືພິມ​ຂອງ​ຄະນະ​ເລຂາ​ອາ​ຊຽນ ຍົກ​ອອກ​ເມື່ອ​ວັນ​ທີ 25/4, ທ່ານ ສຸຣິນ ພິດ​ສະ​ວັນ ​ເລຂາທິການ​ໃຫ່ຍສະຫະ​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ອອກ​ສ່ຽ​ງໃຕ້ (ອາ​ຊຽນ) ຊີ້​ແຈ້ງວ່າ: ທຸກໆ​ປະ​ເທດ​ສະມາຊິກ​ອາຊຽນ ລ້ວນ​ແຕ່ຊົມ​ເຊີຍຂໍ້​ຕົກລົງ​ຂອງ ອີ​ຢູ ທີ່​ໄດ້ລົບ​ລ້າງ​ຄຳສັ່ງ​ລົງ​ໂທດ​ມ້ຽນ​ມາ, ຖື​ວ່າ ນັ້ນ​ແມ່ນ​ວຽກ​ງານ​ທີ່​ຖືກຕ້ອງ​ໃນ​ຈຸດ​ເວລາທີ່ເໝາະ​ສົມ. ຖະ​ແຫຼ​ງການ​ຂອງ​ທ່ານ​ເລຂາທິການ​ໃຫ່ຍອາຊຽນ ​ໄດ້ຍົກ​ອອກ​ມາ ພາຍຫຼັງ​ທີ່ລັດຖະມົນຕີ​ການ​ຕ່າງປະ​ເທດ 27 ປະ​ເທດ ອີ​ຢູ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ ຢຸດ​ບັນດາ​ມາດ​ຕະການ​ລົງ​ໂທດ​ດ້ານ​ການ​ຄ້າ, ​ເສດຖະກິດ ​ແລະ ບັນດາ​ສວ່ນບຸກຄົນ​ສຳລັບ​ມ້ຽນ​ມາ, ​ເວັ້ນ​ເສຍ​ແຕ່​ຄຳ​ສັ່ງຂວ້ຳບາດ​ອາວຸດ​ເມື່ອ​ວັນ​ທີ 23/4 ທີ່​ຜ່ານ​ມາ. ຕາມຂໍ້​ຕົກລົງ​​ທີ່​ມີ​ຜົນ​ສັກສິດ​ນັບ​ແຕ່​ທ້າຍ​ອາທິດ​ນີ້​ແລ້ວ, ບັນດາ​ບໍລິສັດ​ຂອງ​ເອີ​ລົບ ຈະ​ໄດ້​ຮັບ​ອະນຸຍາດ​ລົງທຶນ​ເຂົ້າມ້ຽນ​ມາ. ຜູ້ຕາງໜ້າ​ຂັ້ນສູງ ຮັບຜິດຊອບ​ນະ​ໂຍບາຍ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ຕ່າງປະ​ເທດ​ຂອງ ອີ​ຢູ ທ່ານ​ນາງ Catherine Ashton ​ໃຫ້​ຮູ້​ວ່າ: ​ເລື່ອງ​ອີ​ຢູ ຍົກ​ອອກຂໍ້​ຕົກລົງ​ນີ້ ​ແມ່ນ​ຢາກ​ໜູນ​ຊ່ວຍ​ບັນດາ​ຄວາມ​ກ້າວໜ້າ ທີ່​ບັນລຸ​ໄດ້​ໃນ​ປະຈຸ​ບັນ​ຢູ່​ມ້ຽນ​ມາ. ກ່ອນ​ໜ້ານັ້ນ, ອົດ​ສະ​ຕາ​ລີ, ນອກ​ແວ ​ແລະ ອາ​ເມ​ລິ​ກາ ກໍ​ໄດ້​ປະກາດ​ຜ່ອນຄາຍ​ບາງ​ຄຳ​ສັ່ງ​ລົງ​ໂທດ​ທີ່​ສຳຄັນ​ຕໍ່​ມ້ຽນ​ມາ.

 

 

ຂ່າວ/ບົດ​ອື່ນ