( vovworld ) – ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດປະຈຳປີ 3 ຝ່າຍ ຄັ້ງທີ 6 ທີ່ພວມດຳເນີນໄປຢູ່ນະຄອນ ໜີງປົວ, ປະເທດຈີນ, ລັດຖະມົນຕີການຕ່າງປະເທດຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ໄດ້ເຫັນດີເປັນເອກະພາບນຳກັນໂດຍຢືນຢັນວ່າ ອາຊຽນແມ່ນຄູ່ຮ່ວມມືພັດທະນາທີ່ສຳຄັນ ຄວນໄດ້ຮັບການເພີ່ມທະວີຊຸກຍູ້ການພົວພັນໃນໄລຍະທີຈະມາເຖິງ. ທ່ານລັດຖະມົນຕີການຕ່າງປະເທດຈີນ ຢາງເຈຍຊື້ ໄດ້ເນັ້ນໜັກວ່າ ອາຊຽນ ບໍ່ພຽງແຕ່ມີບົດບາດເປັນຄູ່ຮ່ວມມືຂອງບັນດາປະເທດ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີເທົ່ານັ້ນ ຫາກຍັງແມ່ນກຳລັງການເມືອງທີ່ສຳຄັນໃນພາກພື້ນອາຊີຕາເວັນອອກອີກດ້ອຍ.