ອາຊຽນ 2020: ຮັບຮອງ​ເອົາ​ແຜນດໍາ​ເນີນ​ງານ​ຟື້ນ​ຟູ​ເສດຖະກິດ ອາຊຽນ - ຍີ່​ປຸ່ນ

(VOVWORLD) -  ຕອນບ່າຍວັນທີ 29 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ເຈິ່ນຕ໊ວນແອັງ ໄດ້ເປັນປະທານກອງປະຊຸມອອນລາຍ ລັດຖະມົນຕີ ເສດຖະກິດ ລະຫວ່າງ ອາຊຽນ - ຍີ່ປຸ່ນ.
ອາຊຽນ 2020: ຮັບຮອງ​ເອົາ​ແຜນດໍາ​ເນີນ​ງານ​ຟື້ນ​ຟູ​ເສດຖະກິດ ອາຊຽນ - ຍີ່​ປຸ່ນ - ảnh 1ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ເຈິ່ນຕ໊ວນແອັງ (ພາບ: ກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ) 

        ກອງປະຊຸມດັ່ງກ່າວຖືກຈັດຂຶ້ນ ເພື່ອແນໃສ່ປຶກສາຫາລື, ສ້າງບັນດາມາດຕະການແກ້ໄຂລະອຽດ ເພື່ອຜັນຂະຫຍາຍຄໍາໝັ້ນສັນຍາ ທີ່ໄດ້ລະບຸໃນ “ຖະແຫຼງການຮ່ວມຂອງລັດຖະມົນຕີບັນດາກະຊວງເສດຖະກິດ ລະຫວ່າງ ອາຊຽນ - ຍີ່ປຸ່ນ ກ່ຽວກັບຂໍ້ລິເລີ່ມຟື້ນຟູເສດຖະກິດເພື່ອຮັບມືກັບໂລກລະບາດໂຄວິດ - 19” ເຊິ່ງສອງຝ່າຍໄດ້ຮັບຮອງເອົາໃນເດືອນ ເມສາ 2020 ເມື່ອໂລກລະບາດກ້າວເຂົ້າສູ່ໄລຍະສໍາຄັນ ແລະ ສົ່ງຜົນສະທ້ອນບໍ່ແມ່ນໜ້ອຍເຖິງການພັດທະນາເສດຖະກິດ ແລະ ຮັບປະກັນຊີວິດສັງຄົມໃນພາກພື້ນ ອາຊີ ແລະ ໃນທົ່ວໂລກ.

        ທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ຮັບຮອງເອົາແຜນດໍາເນີນງານຟື້ນຟູເສດຖະກິດ ອາຊຽນ - ຍີ່ປຸ່ນ ເພື່ອແນໃສ່ບັນລຸໄດ້ 3 ເປົ້າໝາຍຕົ້ນຕໍ ນັ້ນແມ່ນ ທີໜຶ່ງ ຮັກສາບັນດາສາຍພົວພັນເສດຖະກິດແໜ້ນແຟ້ນລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ; ທີສອງ ຫຼຸດຜ່ອນຜົນກະທົບຈາກໂລກລະບາດໂຄວິດ - 19 ທີ່ມີຕໍ່ພື້ນຖານເສດຖະກິດ ແລະ ທີສາມ ເພີ່ມທະວີກໍາລັງຄວາມສາມາດໃນການຟື້ນຟູເສດຖະກິດ./.

ຕອບກັບ

ຂ່າວ/ບົດ​ອື່ນ