ອາຟະລິກາໃຕ້-ຫວຽດນາມເພີ່ມທະວີການພົວພັນດ້ານການຄ້າ 2 ຝ່າຍ

(VOVWORLD) -ຕາມການລາຍງານໃນວັນທີ 17 ມີນາຂອງສຳນັກຂ່າວສານລັດຖະບານອາຟະລິກາໃຕ້ ໃຫ້ຮູ້ວ່າ

ອາຟະລິກາໃຕ້-ຫວຽດນາມເພີ່ມທະວີການພົວພັນດ້ານການຄ້າ 2 ຝ່າຍ - ảnh 1ອາຟະລິກາໃຕ້-ຫວຽດນາມເພີ່ມທະວີການພົວພັນດ້ານການຄ້າ 2 ຝ່າຍ

(ພາບ: TTXVN)

ເວທີປາໄສຄູ່ຮ່ວມມືລະຫວ່າງລັດຖະບານອາຟະລິກາໃຕ້ - ຫວຽດນາມ ຄັ້ງທີ 4, ໄດ້ປຶກສາຫາລືການພົວພັນ 2 ຝ່າຍໃນບັນດາຂົງເຂດເສດຖະກິດ, ການຄ້າ, ວິທະຍາສາດ, ເຕັກນິກ ແລະ ວັດທະນະທຳ. 2 ຝ່າຍໄດ້ເຫັນດີນຳກັນໂດຍຖືວ່າ, ເຖິງວ່າ ການພົວພັນລະຫວ່າງ 2 ຝ່າຍພວມຢູ່ໃນໄລຍະອັນດີງາມກໍ່ຕາມ, ແຕ່ 2 ປະເທດຕ້ອງມານະພະຍາຍາມກວ່າອີກ ເພື່ອເປີດກວ້າງການພົວພັນດ້ານການຄ້າ.

        ໃນຂອບເຂດເວທີປາໄສຄັ້ງນີ້, 2 ຝ່າຍກໍ່ໄດ້ແລກປ່ຽນບັນດາການຜັນແປໃໝ່ກ່ຽວກັບສະພາບການດ້ານການເມືອງຢູ່ແຕ່ລະປະເທດ, ກໍຄືສະພາບການຢູ່ພາກພື້ນ, ທະວີບ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. 2 ຝ່າຍໄດ້ຕີລາຄາສູງການຮ່ວມມື ແລະ ການໜູນຊ່ວຍເຊິ່ງກັນແລະກັນ ຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນຢູ່ສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ