ອາວຸດເຄມີຊີຣີອາດຈະໄດ້ຮັບການທຳລາຍຢູ່ຕ່າງປະເທດ
(ພາບປະກອບຈາກ REUTERS)
(vovworld) – ອາວຸດເຄມີຊີຣີອາດຈະໄດ້ຮັບການທຳລາຍຢູ່ຕ່າງປະເທດ, ນີ້ແມ່ນຄຳເຫັນຂອງທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Riabkov ພາຍຫຼັງການປະຊຸມຂ່າວຫວ່າງແລ້ວນີ້ຢູ່ນະຄອນຫຼວງ ມົດສະກູ, ສະຫະພັນ ລັດເຊຍ ກັບທ່ານນາງ Sigrid Kaag, ຫົວໜ້າຄະນະປະຕິບັດງານລວມຂອງອົງການເກືອດຫ້າມ ອາວຸດເຄມີ (OPCW) ແລະ ສະຫະປະຊາຊາດ. ສ່ວນທ່ານນາງ Sigrid Kaag ຖືວ່າ, ປະຈຸບັນບັນດາການເຈລະຈາພວມໄດ້ຮັບການດຳເນີນລະຫວ່າງບັນດາຜູ້ຕາງໜ້າຂອງ ລັດເຊຍ, ອາເມລິກາ ແລະ ອຳນາດການປົກຄອງ ຊີຣີ, ເພື່ອແນໃສ່ສ້າງແຜນການລະອຽດໃຫ້ແກ່ການທຳລາຍອາວຸດເຄມີໃຫ້ສຳເລັດ. ທ່ານນາງປະຕິເສດວິຈານບັນດາແຫຼ່ງຂ່າວດັ່ງກ່າວຜ່ານສື່ມວນຊົນກ່ຽວກັບຄວາມສາມາດຂົນສົ່ງອາວຸດເຄມີ ຊີຣີ ໄປຍັງ Albani ເພື່ອທຳລາຍ. ຕາມໜັງສືພິມລາຍວັນ Kommersant ຂອງລັດເຊຍ ແລ້ວ, ອາວຸດເຄມີຂອງ ຊີຣີ ອາດຈະຖືກຂົນສົ່ງໄປຍັງ Albani. ລັດເຊຍ ຈະສະໜອງຍານພາຫະນະຂົນສົ່ງຈາກ ຊີຣີ ໄປຕ່າງປະເທດ ແລະ ຈະສະໜອງປະມານ 2 ລ້ານ USD ໃຫ້ແກ່ການເຄື່ອນໄຫວນີ້.