ອາເມລິກາ,ກູບາກຳນົດເວລາຮອບເຈລະຈາທີ2ກ່ຽວກັບສ້າງການພົວພັນເປັນປົກກະຕິ

ອາເມລິກາ,ກູບາກຳນົດເວລາຮອບເຈລະຈາທີ2ກ່ຽວກັບສ້າງການພົວພັນເປັນປົກກະຕິ - ảnh 1
ການ​ເຈ​ລະ​ຈາ​ຮອບ​ທີ 2 ຂອງ​ ອາ​ເມ​ລິ​ກາ ແລະ ກູ​ບາ ເມື່ອ​ເດືອ​ນ 1 ແລ້ວນີ້
(ພາບ: Reuters)

(vovworld) – ວັນ​ທີ 17/2, ກະ​ຊວງ​ການ​ຕ່າງ​ປະ​ເທ​ດ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ: ປະ​ເທດນີ້ ແລະ ກູ​ບາ ຈະ​ດຳ​ເນີນ​ຮ​ອບ​ເຈ​ລະ​ຈາ​ທີ 2 ກ່ຽວ​ກັບ​ສ້າງ​ການ​ພົວ​ພັນ​ເປັນ​ປົກ​ກະ​ຕິ​ຢູ່​ນະ​ຄອນຫຼວງ ວໍ​ຊິງ​ຕັນ ໃນ​ວັນ​ທີ 27/2 ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ກາ​ນ​ນັກ​ຂ່າວ, ໂຄ​ສົກ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ ອ​າ​ເມ​ລິ​ກາ ທ່ານ​ນາງ Jen Psaki ເວົ້າ​ວ່າ: “ຂ້າ​ພະ​ເຈົ້າ​ອາດ​ສາ​ມາດຍອມ​ຮັບ​ວ່າ: ຮອບ​ເຈ​ລະ​ຈາ​​ອາດ​ຈະ​ຖືກ​ຈັດ​ຂຶ້ນ​ຢູ່​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ​ໃນ​ວັນ​ທີ​ 27/2”. ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ພັກ​ປະ​ຊາ​ທິ​ປະ​ໄຕ ພວມ​ຢູ່​ຢ້ຽມ​ຢາມ ລາ​ຮາ​ວານ ໄດ້​ຮຽກ​ຮ້ອງ​ສະ​ພາ​ສູງ ແລະ ສະ​ພາ​ຕ່ຳ ອາ​ເມ​ລິ​ກາ ຍົກ​ເລີກ​ຄ​ຳ​ສັ່ງ​​ຂວ້ຳ​ບາດ​ທີ່​ແກ່​ຍາວຫຼາຍ​ທົດ​ສະ​ວັ​ດ​ສຳ​ລັບ ກູ​ບານ. ສະ​ພາ​ຊິກ​ສະ​ພາ​ສູງ​ລັດ Minnesota Amy Klobuchar, ຜູ້​​ອາ​ລັກ​ຂາ​ຕົ້ນ​ຕໍ​ໃຫ້​ຮ່າງ​ກົດ​ໝາຍ​ສະ​ເໜີ​​ຍົກ​ເລີກຂ​ວ້ຳ​ບາດ​ທີ່​ໄດ້​ຮັບ​ການ​ຈັດ​ວາງ​ແຕ່​ປີ 1962 ສຳ​ລັບ ກູ​ບາ, ເວົ້າ​ວ່າ: “ຂ້າ​ພະ​ເຈົ້າ​ຖື​ວ່າ: ຝ່າຍ​ກູ​ບາ ເອົາ​ໃຈ​ໃສ່​ເຖິງ​ການ​ຍົກ ​ເລີກ​ຄ່ຳ​ສັ່ງ​ຂວ້ຳ​ບາດ​ຢ່າງ​ຈະ​ແຈ້ງ. ບັນ​​ຫາ​ພຽງ​ອີງ​ໃສ່​ອາ​ເມ​ລິ​ກາ ເທົ່າ​ນັ້ນ”. ເມື​່ອ​ເດືອນ 1 ແລ້ວນີ້, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Obama ກໍ່​ຮຽກ​ຮ້ອງ​ໃຫ​້​ສະ​ພາ​ແຫ່​ງ​ຊາດ​ຍ​ົກ​ເລີກ​ຄຳ​ສັ່ງ​ຂວ້ຳ​ບາດ​ດັ່ງ​ກ່າວ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ຮົ້ວ​ກີດ​ຂວາງ​ໃນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ແນ​ໃສ່​ສ້າງ​ການ​ພົວ​ພັນ 2 ຝ່າຍ​ພາຍຫຼັງ​ສົງ​ຄາມ​ເຢັນ.


ຂ່າວ/ບົດ​ອື່ນ