ອາເມລິກາຈັດສປປ.ເກົາຫຼີເຂົ້າບັນຊີລາຍຊື່ບັນດາປະເທດອຸປະຖຳແກ່ການກໍ່ການຮ້າຍ

(VOVWORLD) -ວັນທີ 20 ພະຈິກ, ທ່ານປະທານາທິບໍດີອາເມລິກາ Donald Trump ຖະແຫຼງວ່າ, ສປປ.ເກົາຫຼີ ແມ່ນປະເທດທີ່ອຸປະຖຳໃຫ້ພວກກໍ່ການຮ້າຍ.

ອາເມລິກາຈັດສປປ.ເກົາຫຼີເຂົ້າບັນຊີລາຍຊື່ບັນດາປະເທດອຸປະຖຳແກ່ການກໍ່ການຮ້າຍ - ảnh 1 ທ່ານປະທານາທິບໍດີອາເມລິກາ Donald Trump

(ພາບ: AFP/TTXVN)

ນີ້ແມ່ນການກະທຳໃໝ່ສຸດແນໃສ່ເພື່ອປິດລ້ອມປະເທດອາຊີຕາເວັນອອກສ່ຽງເໜືອ ນີ້ ແລະ ຈະອະນຸຍາດໃຫ້ອາເມລິກາ ຈັດວາງບັນດາມາດຕະການລົງໂທດຕື່ມອີກ ເພື່ອຕ້ານສປປ.ເກົາຫຼີ ຍ້ອນການສືບຕໍ່ເດີນຕາມການຜະລິດອາວຸດນິວເຄຼຍ.

        ກ່າວຄຳເຫັນທີ່ກອງປະຊຸມພາຍໃນຢູ່ທຳນຽບຂາວ, ທ່ານປະທານາທິບໍດີ Trump ເນັ້ນໜັກວ່າ, ເລື່ອງຈັດສປປ.ເກົາຫຼີ ເຂົ້າໃນບັນຊີລາຍຊື່ບັນດາປະເທດທີ່ອຸປະຖຳແກ່ການກໍ່ການຮ້າຍ ຕາມທຳມະດາຕ້ອງໄດ້ປະຕິບັດມາແຕ່ດົນແລ້ວ. ກະຊວງການເງິນອາເມລິກາ ຈະປະກາດບັນດາຄຳສັ່ງລົງໂທດໃໝ່ໂດຍໄວ ແນໃສ່ສປປ.ເກົາຫຼີ ໃນວັນທີ 21 ພະຈິກ.

ຕອບກັບ

ຂ່າວ/ບົດ​ອື່ນ