(vovworld) – ວໍຊິງຕັນ ມີຄວາມລະມັດລະວັງເມື່ອຖືວ່າ ຄຳສັ່ງຢຸດຍິງຢູ່ຊີຣີ “ໄດ້ຮັບການເຄົາລົບ” ແຕ່ຍັງເກີດບັນດາການລະເມີດ. ໃນຖະແຫຼງການວັນທີ 11/03, ໂຄສົກກະຊວງການຕ່າງປະເທດອາເມລິກາ John Kirby ໃຫ້ຂໍ້ສັງເກດວ່າ, ຄຳສັ່ງຢຸດຍິງໄດ້ຊ່ວຍຫຼຸດຜ່ອນສະພາບໃຊ້ຄວາມຮຸ້ນແຮງຫຼາຍສົມຄວນ ແລະ ອະນຸຍາດໃຫ້ດຳເນີນບັນດາການເຄື່ອນໄຫວມະນຸດສະທຳຢູ່ບາງເຂດຖືກປິດລ້ອມ. ແຕ່ວ່າ, ທ່ານ John Kirby ກໍສະແດງທ່າທີ່ລະມັດລະວັງເມື່ອຕີລາຄາການປະທະກັນຢູ່ຊີຣີ ພວມຢູ່ໃນ “ໄລຍະຫຼັກແຫຼ່ງ” ພ້ອມທັງຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງກຳແໜ້ນກາລະໂອກາດ. ວໍຊິງຕັນ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບາງກໍລະນີລະເມີດຄຳສັ່ງຢຸດຍິງຢ່າງລຽນຕິດ, ໃນນັ້ນມີການກ່າວປະນາມການບຸກໂຈມຕີຈຳນວນໜຶ່ງແນໃສ່ສາມັນຊົນ ແລະ ຝ່າຍຄ້ານ.