ອາເມລິກາມີຄວາມວິຕົກກັງວົນກ່ຽວກັບການແຊກແຊງຂອງຈີນສຳລັບການເຄື່ອນໄຫວສຳຫຼວດແລະຂຸດຄົ້ນນ້ຳມັນອາຍແກັດຂອງຫວຽດນາມ

(VOVWORLD) - ບັນດາການກະທຳຂອງຈີນ ໄດ້ຕັ້ງຄຳຖາມຢ່າງເຂັ້ມງວດກ່ຽວກັບບັນດາຄຳໝັ້ນສັນຍາຂອງປັກກິງ ກ່ຽວກັບມາດຕະການສັນຕິພາບໃຫ້ແກ່ບັນດາການຂັດແຍ້ງກັນຢູ່ທະເລ.

ອາເມລິກາມີຄວາມວິຕົກກັງວົນກ່ຽວກັບການແຊກແຊງຂອງຈີນສຳລັບການເຄື່ອນໄຫວສຳຫຼວດແລະຂຸດຄົ້ນນ້ຳມັນອາຍແກັດຂອງຫວຽດນາມ - ảnh 1 ກະຊວງການຕ່າງປະເທດອາເມລິກາ

(ພາບ: Bộ Ngoại giao Mỹ)

        ວັນທີ 22 ສິງຫາ, ກະຊວງການຕ່າງປະເທດອາເມລິກາ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບການແຊກແຊງຂອງຈີນ ສຳລັບການເຄື່ອນໄຫວສຳຫຼວດ ແລະ ຂຸດຄົ້ນນ້ຳມັນອາຍແກັດຂອງຫວຽດນາມ ເມື່ອກຸ່ມກ່ຳປັ່ນສຳຫຼວດ ໄຮ໊ຢາງ 8 ຂອງຈີນ ໄດ້ກັບຄືນມາເຂດເສດຖະກິດຈຳເພາະຂອງຫວຽດນາມ. ຖະແຫຼງການຂອງກະຊວງການຕ່າງປະເທດອາເມລິກາ ເນັ້ນໜັກວ່າ,  ບັນດາການກະທຳຂອງຈີນ ໄດ້ຕັ້ງຄຳຖາມຢ່າງເຂັ້ມງວດກ່ຽວກັບບັນດາຄຳໝັ້ນສັນຍາຂອງປັກກິງ ກ່ຽວກັບມາດຕະການສັນຕິພາບໃຫ້ແກ່ບັນດາການຂັດແຍ້ງກັນຢູ່ທະເລ. ຕາມກະຊວງການຕ່າງປະເທດອາເມລິກາ ແລ້ວ, ເລື່ອງຈີນ ຜັນຂະຫຍາຍກ່ຳປັ່ນສຳຫຼວດຂຶ້ນກັບກຳມະສິດລັດຖະບານ, ພ້ອມກັບບັນດາກ່ຳປັ່ນປ້ອງກັນຈຳນວນໜຶ່ງທີ່ປະກອບອາວຸດ, ເຂົ້າໄປເຂດທະເລຂອງຫວຽດນາມ ຄືນໃໝ່ ໃນວັນທີ 13 ສິງຫາ ຜ່ານມາ ແມ່ນ “ການກະທຳປີນຂັ້ນໄດຂອງປັກກິງ ໃນຄວາມມານະພະຍາຍາມເພື່ອນາບຂູ່ບັນດາປະເທດທີ່ຖະແຫຼງອະທິປະໄຕ ພວມຂຸດຄົ້ນບັນດາແຫຼ່ງຊັບພະຍາກອນຢູ່ທະເລຕາເວັນອອກ”.

        ກ່ອນໜ້ານັ້ນໃນວັນດຽວກັນ, ກະຊວງການຕ່າງປະເທດຫວຽດນາມ ກໍ່ໄດ້ຮຽກຮ້ອງໃຫ້ຈີນ ຢຸດຕິການລະເມີດໃນທັນທີ, ຖອນກ່ຳປັ່ນທັງໝົດອອກຈາກເຂດເສດຖະກິດຈຳເພາະຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ