ອາເມລິກາສືບຕໍ່ເປີດກວ້າງບັນດາມາດຕະການລົງໂທດລັດເຊຍ

(VOVWORLD) -ວັນທີ 15 ມີນາ, ກະຊວງການເງິນອາເມລິກາ ຖະແຫຼງວ່າ, ປະເທດນີ້ໄດ້ຈັດວາງບັນດາຄຳສັ່ງລົງໂທດສຳລັບ 19 ສ່ວນບຸກຄົນ ແລະ 5 ອົງການຈັດຕັ້ງຂອງລັດເຊຍ, ໃນນັ້ນມີບັນດາອົງການສືບລາຊະການລັບຂອງມົດສະກູ

ອາເມລິກາສືບຕໍ່ເປີດກວ້າງບັນດາມາດຕະການລົງໂທດລັດເຊຍ - ảnh 1 ທ່ານລັດຖະມົນຕີກະຊວງການເງິນອາເມລິກາ Steve Mnuchin

(ພາບປະກອບ: THX/ TTXVN)

ຍ້ອນອັນທີ່ເອີ້ນວ່າ “ແຊກແຊງເຂົ້າການເລືອກຕັ້ງປະທານາທິບໍດີອາເມລິກາ ເມື່ອປີ 2016 ແລະ ບັນດາການບຸກໂຈມຕີທາງເຄືອຂ່າຍອິນເຕີແນັດ”.

        ທ່ານລັດຖະມົນຕີກະຊວງການເງິນອາເມລິກາ Steve Mnuchin ໃຫ້ຮູ້ວ່າຈະມີບັນດາມາດຕະການລົງໂທດເພີ່ມເຕີມ ແນໃສ່ເຈົ້າໜ້າທີ່ລັດຖະບານບາງທ່ານ ພ້ອມກັບບັນດາຜູ້ທີ່ມີຊື່ສຽງຂອງລັດເຊຍ ຕື່ມອີກ “ຍ້ອນການກະທຳກໍ່ຄວາມຂາດສະຖຽນລະພາບຂອງເຂົາເຈົ້າ”. ທ່ານ Mnuchin ບໍ່ຍົກອອກເວລາຈັດວາງບັນດາມາດຕະການລົງໂທດດັ່ງກ່າວເທື່ອ, ເຊິ່ງທ່ານຖືວ່າຈະແມ່ນການຕັດຂາດໃນການພັດຂອງບັນດາບັນດາສ່ວນບຸກຄົນດັ່ງກ່າວກັບລະບົບການເງິນອາເມລິກາ.

        ໃນຂະນະນັ້ນ, ສຳນັກຂ່າວສານ Interfax ຂອງລັດເຊຍ ໄດ້ຄັດແຫຼ່ງຂ່າວຈາກທ່ານຮອງລັດຖະມົນຕີການຕ່າງປະເທດລັດເຊຍ Sergei Ryabkov ໂດຍໃຫ້ຮູ້ວ່າ, ລັດເຊຍ ພວມກະກຽມບັນດາມາດຕະການເພື່ອໂຕ້ຕອບຄຳສັ່ງລົງໂທດໃໝ່ຂອງອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ